ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ-ອີຢູກວ່າອີກ

(VOVWORLD) -ທ່ານຮອງລັດຖະມົນຕີສະເໜີໃຫ້ ອີຢູ ຈົ່ງຮັບປະກັບໃຫ້ບັນດາປະເທດອາຊຽນ ສຳຜັດກັບວັກຊິນຢູ່ພາກພື້ນ, ພ້ອມກັນນັ້ນກໍ່ສົມທົບກັນຊຸກຍູ້ການຟື້ນຟູ ແລະ ການເຕີບໂຕເສດຖະກິດ, ການພັດທະນາຂຽວ ແລະ ຍືນຍົງ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ-ອີຢູກວ່າອີກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ASEAN ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມ
(ພາບ: baoquocte.vn)

ວາລະປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ - ອີຢູ ໄດ້ຈັດທາງອອນລາຍໃນວັນທີ 08 ກໍລະກົດ. ນີ້ແມ່ນວາລະປະຊຸມປະຈຳປີບັນດາຮອງລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ເພື່ອແນໃສ່ຕີລາຄາຄືນ ແລະ ກຳນົດທິດການພົວພັນ, ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ (PMC) ອາຊຽນ - ອີຢູ ເຊິ່ງຈະດຳເນີນໃນເດືອນ ສິງຫາ 2021. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ASEAN ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ຈະຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ອີຢູ. ໂດຍຕີລາຄາສູງການໜູນຊ່ວຍຢ່າງຕັ້ງໜ້າ, ມີປະສິດທິຜົນຂອງ ອີຢູ, ທ່ານຮອງລັດຖະມົນຕີສະເໜີໃຫ້ ອີຢູ ຈົ່ງຮັບປະກັບໃຫ້ບັນດາປະເທດອາຊຽນ ສຳຜັດກັບວັກຊິນຢູ່ພາກພື້ນ, ພ້ອມກັນນັ້ນກໍ່ສົມທົບກັນຊຸກຍູ້ການຟື້ນຟູ ແລະ ການເຕີບໂຕເສດຖະກິດ, ການພັດທະນາຂຽວ ແລະ ຍືນຍົງ.

        ແບ່ງປັນຄຳເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ສະເໜີໃຫ້ ອີຢູ ສືບຕໍ່ການແຊກເຂົ້າ ແລະ ປະກອບສ່ວນເຂົ້າໃນບັນດາການສ້າງຄວາມມານະພະຍາຍາມຂອງອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ມີຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານຮອງລັດຖະມົນຕີໄດ້ຢືນຢັນຄືນໃໝ່ຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນດາບັນຫາຢູ່ທະເລຕາເວັນອອກ, ສະເໜີໃຫ້ ອີຢູ ຈົ່ງສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ