ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນ​ນະ​ພິ​ທີ

(vovworld)-  ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 25 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ ເຢຍ​ລະ​ມັນ​ເປັນ​ເອ​ກະ​ພາບ ແລະ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ຫວຽດ​ນາມ ແລະ ເຢຍ​ລະ​ມັນ ຊື່ງ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 1/10 ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ສົ່ງ​ຄຳ​ອວຍ​ພອນ​ມາ​ຍັງ​ລັດ​ຖະ​ບານ ແລະ ປ​ຊ​ຊ ເຢຍ​ລະ​ມັນ ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ຂອງ​ສອງ​ປະ​ເທດ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ​ແລະ ເຢຍ​ລະ​ມັນ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ ແລະ ຜົນ​ປະ​ໂຫຍດ​ຂອງ​ປ​ຊ​ຊ​ສອງ​ປະ​ເທດ. ສ່ວນ​ທ່ານ Hans Joerg Brunner, ອຸ​ປະ​ທູດ​ຊົ່ວ​ຄາວ ເນັ້ນ​ຫນັກ​ວ່າ ປີ 2015 ແມ່ນ​ປີ​ມີ​ຄ​ວາມ​ໝາຍ​ສຳ​ຄັນ​ຍິ່ງ ສຳ​ລັບ​ສອງ​ປະ​ເທດ ເຢຍ​ລະ​ມັນ ແລະ ຫວຽດ​ນາມເມື່ອ​ສອງ​ປະ​ເທດ​ສະ​ເຫລີມ​ສະ​ຫລອງ  40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ.

ຂ່າວ/ບົດ​ອື່ນ