ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ ໃຫ້ນັບມື້ນັບບັນລຸປະສິດທິຜົນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 25 – 28 ກັນຍາ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ ໃຫ້ນັບມື້ນັບບັນລຸປະສິດທິຜົນ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະສົນທະນາກັບທ່ານຮອງນາຍົກລັດຖະມົນຕີລັດເຊຍ Dmitry Chenrnyshenko)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສະຫະພັນລັດເຊຍ Sergei Lavrov, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 25 – 28 ກັນຍາ.

        ໃນຂອບເຂດການຢ້ຽມຢາມ, ວັນທີ 28 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ພົບປະສົນທະນາກັບທ່ານຮອງນາຍົກລັດຖະມົນຕີລັດເຊຍ Dmitry Chenrnyshenko. ໃນການພົບປະແລກປ່ຽນ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊອກຫາບັນດາທິດທາງຮ່ວມມືໃໝ່ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ໃຫ້ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ; ເສີມຂະຫຍາຍກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກນິກ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ປະເທດລົງທຶນເຂົ້າແຕ່ລະປະເທດ. 2 ຝ່າຍກໍ່ແບ່ງປັນຕ້ອງມີມາດຕະການຂຸດຄົ້ນບັນດາທ່າແຮງເຊິ່ງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ - ເອີລົບ ໄດ້ນຳມາໃຫ້ຢ່າງສຸດຂີດ; ເປີດກວ້າງສູ່ບັນດາຂົງເຂດຮ່ວມມືໃໝ່ຄືວິທະຍາສາດເຕັກໂນໂລຊີສູງ ແລະ ຄົ້ນຄວ້າວິທະຍາສາດ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ ໃຫ້ນັບມື້ນັບບັນລຸປະສິດທິຜົນ - ảnh 2ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບ: baoquocte.vn)

        ໃນວັນດຽວກັນ, ທີ່ການເຈລະຈາລະຫວ່າງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ສະເໜີໃຫ້ ລັດເຊຍ ສືບຕໍ່ໜູນຊ່ວຍ, ໃຫ້ບຸລິມະສິດແກ່ການສະໜອງ ແລະ ຖ່າຍທອດເຕັກໂນໂລຊີຜະລິດວັກຊິນ, ຢາປິ່ນປົວໂຄວິດ-19 ຂອງລັດເຊຍ ໃຫ້ແກ່ຫວຽດນາມ ຕາມແຜນການ; ເປີດກ້ວາງການຮ່ວມມືຄົ້ນຄວ້າລວມກ່ຽວກັບການແພດ, ວິທະຍາສາດຈັກກະວານ, ຊຸກຍູ້ການຮ່ວມມື, ການພົວພັນແລກປ່ຽນລະຫວ່າງບັນດາທ້ອງຖິ່ນ… ໃຫ້ຫຼາຍກວ່າອີກ.

        ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ພົບປະກັບ ຮອງປະທານສະພາສະຫະພັນລັດເຊຍ ແລະ ເຮັດວຽກກັບກອງທຶນລົງທຶນໂດຍກົງລັດເຊຍ ກ່ຽວກັບບັນຫາຜະລິດວັກຊິນ Sputnik V ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ