ຊຸກຍູ້ການພົວພັນຍຸດທະສາດຫວຽດນາມ-ຈີນພັດທະນາຢ່າງປອດໃສ,ສະຖຽນລະພາບ

ຊຸກຍູ້ການພົວພັນຍຸດທະສາດຫວຽດນາມ-ຈີນພັດທະນາຢ່າງປອດໃສ,ສະຖຽນລະພາບ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ ແລະ ທ່ານສີ​ຈິ້ນ​ຜິ​ງ
ພາບ:internet


(vovworld)- ຕອນ​ບ່າຍ​ວັນ​ທີ  27/8, ຢູ່ ປັກ​ກີ່​ງ ປະ​ເທດ​ຈີນ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການຄະນະ​ເລຂາ​ສູນ​ກາ​ງພັກ​ກອມ​ມູນິດ​ຫວຽດນາມ, ທູດ​ພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ພົບ​ປະແລກປ່ຽນຄຳ​ເຫັນ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ. ທ່ານ​ເລ​ຮົ່ງ​ແອ​ງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ຈີນ ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ຈີນ ຢ່າງ​ບໍ່​ຢຸດ​ຢັ້ງ, ພັດທະນາ​ຢ່າງ​ປອດ​ໃສ, ສະຖຽນ​ລະ​ພາບ​ຍາວ​ນານ. ທ່ານ ​ເລ​ຮົ່ງ​ແອ​ງ ສະ​ເຫ​ນີ ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ປະ​ເທດ ​ເພີ່ມ​ທະວີ​ການ​ຊີ້​ນຳ​ເພື່ອ​ໃຫ້ການ​ພົວພັນ​ລະຫວ່າງ 2 ພັກ, ສອງ​ລັດ ຫວຽດນາມ ​ແລະ ຈີນ ຟື້ນ​ຟູໂດຍ​ໄວ ​ແລະ ພັດທະນາ​ຢ່າງ​ປອດ​ໃສ, ສະຖຽນ​ລະ​ພາບ​ໃນ​ທຸກ​ຂົງ​ເຂດ, ພ້ອມ​ທັງ​ຊີ້​ນຳ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ແຕ່ລະ​ຝ່າຍ ​ເຄົາລົບ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ, ປະຕິບັດ​ຢ່າງ​ເຂັ້ມ​ງວດ“ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫລັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ- ຈີນ, ກວດກາ​ສະພາບ​ການ ​ແລະ ​ແກ້​ໄຂ​ທຸກ​ຄວາມ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຮັກສາ​ສັນຕິພາບ,ສະຖຽນ​ລະ​ພາບ, ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ.

        ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ຢືນຢັນ: ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ ຖື​ການ​ພັດທະນາ​ກັບ​ຫວຽດນາມ ​ເປັນ​ສຳຄັນ, ຍາມ​ໃດ​ຢືດໝັ້ນ​ທິດ​ນຳ​ຮ່ວມ​ມື​ມິ​ດຕະພາບ​ກັບ​ຫວຽດນາມ ​ແລະ ຈະ​ພ້ອມ​ກັບ​ພັກ, ລັດ, ລັດຖະບານ ຫວຽດນາມ ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ສືບ​ຕໍ່​ພັດທະນາ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ເຫັນ​ດີ​ເປັນ​ເອກະສັນ​ກັນ: ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ ​ເພີ່ມ​ທະວີ​ການ​ພົວພັນ​ຊີ້​ນຳ, ຮັກສາ​ການ​ພົວພັນ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ປອດ​ໃສ, ສະຖຽນ​ລະ​ພາບ, ຊີ້​ນຳ​ການ​ປະຕິບັດ​ບັນດາ​ຄວາມ​ຮັບ​ຮູ້​ລວມ​ເປັນ​ຢ່າງ​ດີ ​ເພື່ອ​ຟື້ນ​ຟູ ​ແລະ ພັດທະນາການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ   ຊື່​ງການ​ນຳ​ສອງ​ຝ່າຍ ​ໄດ້​ເປັນ​ເອກະ​ພາບ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້.

 

 

 

 

 

 

ຂ່າວ/ບົດ​ອື່ນ