ຊຸກຍູ້ການພົວພັນດ້ານປ້ອງກັນປະເທດສົມກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການແຕ່ວັນທີ 7 -10 ສິງຫາ.
ຊຸກຍູ້ການພົວພັນດ້ານປ້ອງກັນປະເທດສົມກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ - ảnh 1 ພົນເອກ ໂງຊວນລິກ ຢູ່ ທຳນຽບ 5 ແຈ

ຕອນເຊົ້າວັນທີ 8 ສິງຫາ, ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາ. ລັດຖະມົນຕີ 2 ທ່ານໄດ້ເຫັນດີຕໍ່ບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງຕາມຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດ ແລະ ບັນດາເອກະສານທີ່ໄດ້ລົງນາມແລ້ວ. ກ່ຽວກັບການພົວພັນປ້ອງກັນປະເທດ 2 ຝ່າຍ ໃນໄລຍະຈະມາເຖິງ, ລັດຖະມົນຕີ 2 ທ່ານ ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືຕາມເນື້ອໃນບັນດາເອກະສານທີ່ໄດ້ລົງນາມແລ້ວ, ໃນນັ້ນສຸມໃສ່ບຸລິມະສິດເຂົ້າຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ຮັບມືກັບສິ່ງທ້າທາຍຈາກອາດຊະຍາກຳແບບໃໝ່ ກໍ່ຄືເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.

ທ່ານລັດຖະມົນຕີ ໂງຊວນລິກ ຢືນຢັນວ່າ ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາມໃດກໍ່ບຸລິມະສິດພັດທະນາການພົວພັນໂດຍອີງໃສ່ບັນດາຫຼັກການສະເໝີພາບ, ເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ. ກ່ຽວຂ້ອງເຖິງບັນຫາລ້າງທາດພິດ ດີໂອຊິນ ຢູ່ບັນດາສະຖານທີ່ຖືກມົນລະພິດນັ້ນ, ລັດຖະມົນຕີ ໂງຊວນລິກ ໃຫ້ຮູ້ວ່າ: 2 ຝ່າຍໄດ້ປະຕິບັດສຳເລັດໄລຍະ I ຂອງໂຄງການລ້າງທາດພິດຢູ່ສະໝາມບິນ ດ່ານັ້ງ ແລະ ພວມດຳເນີນໄລຍະ II ໃຫ້ສຳເລັດເພື່ອຮັບໃຊ້ກອງປະຊຸມສຸດຍອດ APEC 2017.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ, ກໍ່ຄືມານະພະຍາຍາມຮ່ວມມືຢ່າງມີປະສິດທິຜົນຂອງ ຫວຽດນາມ ໃນການຊອກຫາອັດຖິຊາວ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA).

ຕອບກັບ

ຂ່າວ/ບົດ​ອື່ນ