ຊຸກ​ຍູ້​ການ​ພົວ​ພັນ​ດານ​ເສດ​ຖ​ະ​ກິດ ການ​ຄ້າ ຫວຽດ​ນາມ - ສ.ເຊັກ​ໂກ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ຕາມການສະຖິຕິ, ໃນ 6 ເດືອນຕົ້ນປີ 2021, ວົງເງິນການຄ້າລະຫວ່າງ ຫວຽດນາມ - ສ.ເຊັກໂກ ບັນລຸ 936 ລ້ານ USD, ເພີ່ມຂຶ້ນ 28% ເມື່ອທຽບໃສ່ກັບ ໄລຍະ 6 ເດືອນຕົ້ນປີ 2020. 
ຊຸກ​ຍູ້​ການ​ພົວ​ພັນ​ດານ​ເສດ​ຖ​ະ​ກິດ ການ​ຄ້າ ຫວຽດ​ນາມ - ສ.ເຊັກ​ໂກ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທ໊າຍຊວັນຢຸງ ໄດ້ມີການເຮັດວຽກກັບທ່ານນາງຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊັກໂກ Tauberova

ເພື່ອແນໃສ່ເພີ່ມທະວີກ່ວາອີກການຮ່ວມມືເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ກ່ວາອີກ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທາຍຊວັນຢຸງ ໄດ້ເຮັດວຽກກັບຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ສ.ເຊັກໂກ ເພື່ອຕີລາຄາ ແລະ ສະເໜີບັນດາເນື້ອໃນໃໝ່ ເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດກ່ວາອີກ ພິເສດແມ່ນໃນຂົງເຂດເສດຖະກິດການຄ້າ ລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ.

        ຕາມການສະຖິຕິ, ໃນ 6 ເດືອນຕົ້ນປີ 2021, ວົງເງິນການຄ້າລະຫວ່າງ ຫວຽດນາມ - ສ.ເຊັກໂກ ບັນລຸ 936 ລ້ານ USD, ເພີ່ມຂຶ້ນ 28% ເມື່ອທຽບໃສ່ກັບ ໄລຍະ 6 ເດືອນຕົ້ນປີ 2020. ທ່ານເອກອັກຄະລັດຖະທູດຖືວ່າ ເຖິງວ່າຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ການຄ້າສອງຝ່າຍ ຫວຽດນາມ - ສ.ເຊັກໂກ ຍັງຄົງຮັກສາທ່າເຕີບໂຕເປັນຢ່າງດີ, ໂຄງປະກອບປະເພດສິນຄ້າ ໄດ້ຮັບການເປີດກ້ວາງ. ທ່ານເອກອັກຄະລັດຖະທູດ ທາຍຊວັນຢຸງ ສະເໜີໃຫ້ ສອງຝ່າຍ ຈົ່ງສືບຕໍ່ນຳໃຊ້ສົນທິສັນຍາ 2 ສະບັບ EVFTA ແລະ  EVIPA ໃຫ້ເປັນຢ່າງດີ ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນມີການເຕີບໂຕໂດຍໄວ, ຢ່າງແຮງ ແລະ ຍືນຍົງກ່ວາອີກ ໃນທຸກໆຂົງເຂດ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ - ສ.ເຊັກໂກເວົ້າລວມ ແລະ ຫວຽດນາມ - EU ເວົ້າສະເພາະ. ສ່ວນທ່ານນາງຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ເຊັກໂກ Tauberova ໄດ້ເນັ້ນໜັກວ່າ ສ.ເຊັກໂກ ຈະສືບຕໍ່ເພີ່ມທະວີການສົ່ງອອກໄປຍັງ ຫວຽດນາມ ໃນບາງຂົງເຂດຄື: ການປ້ອງກັນຊາດ, ສາທາລະນະສຸກ, ພະລັງງານ, ຂຸດຄົ້ນບໍແຮ່ ແລະ ສຳຫຼວດທໍລະນີ...ພິເສດ ແມ່ນຜັນຂະຫຍາຍຖ້ຽວບິນ ຮ່າໂນ້ຍ - Praha ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ