ຊຸກ​ຍູ້​ການ​ພົ​ວ​ພັນ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ຫຼາຍກວ່າ​ອີກ

(VOVWORLD) -ຫວຽດນາມ ຍາມໃດກໍຖື ອາເມລິກາ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບແທດຈິງ, ມີສະຖຽນລະພາບ, ເຂົ້າສູ່ລວງເລິກບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ, ມຸ່ງໄປເຖິງການຍົກການພົວພັນຂຶ້ນສູ່ລະດັບສູງໃໝ່. 
ຊຸກ​ຍູ້​ການ​ພົ​ວ​ພັນ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ຫຼາຍກວ່າ​ອີກ - ảnh 1ການຕ້ອນຮັບທ່ານນາງ Katherine Tai ຜູ້ຕາງໜ້້າດ້ານການຄ້າ ອາເມລິກາ (ພາບ: quochoi.vn)

ວັນທີ 15 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Katherine Tai ຜູ້ຕາງໜ້້າດ້ານການຄ້າ ອາເມລິກາ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 12 – 15 ກຸມພາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍຖື ອາເມລິກາ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບແທດຈິງ, ມີສະຖຽນລະພາບ, ເຂົ້າສູ່ລວງເລິກບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ, ມຸ່ງໄປເຖິງການຍົກການພົວພັນຂຶ້ນສູ່ລະດັບສູງໃໝ່. ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ອາເມລິກາ ໃນບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ໂດຍອີງໃສ່ກົດໝາຍສາກົນ.

        ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ສະເໜີໃຫ້ ອາເມລິກາ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ, ການລົງທຶນລະຫວ່າງສອງປະເທດຢ່າງແຮງກວ່າອີກ, ສືບຕໍ່ເຈລະຈາກັບ ຫວຽດນາມ ກ່ຽວກັບບັນຫາເສດຖະກິດການຕະຫຼາດ (MES), ພ້ອມທັງພິຈາລະນາການນຳໃຊ້ເສດຖະກິດການຕະຫຼາດຕາມຂະແໜງການ ແລະ ຈັດຕັ້ງການເຈລະຈາຮອບໃໝ່ກ່ຽວກັບບັນຫານີ້ໃນໄລຍະຈະມາເຖິງໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ