ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ຈີນ

(VOVWORLD) -ສານອວຍພອນຊີ້ແຈ້ງວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດ ຈີນ ແມ່ນຂີດໝາຍປະຫວັດສາດສຳຄັນ ແລະ ແມ່ນເຫດການສຳຄັນໃນຊີວິດການເມືອງຂອງພັກ ແລະ ປະຊາຊົນ ຈີນ.

ວັນທີ 16 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດ ຈີນ ຖືກໄຂຂຶ້ນຢູ່ນະຄອນຫຼວງ ປັກກິງ. ເນື່ອງໃນໂອກາດນີ້, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ.

ສານອວຍພອນຊີ້ແຈ້ງວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດ ຈີນ ແມ່ນຂີດໝາຍປະຫວັດສາດສຳຄັນ ແລະ ແມ່ນເຫດການສຳຄັນໃນຊີວິດການເມືອງຂອງພັກ ແລະ ປະຊາຊົນ ຈີນ. ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຊື່ອໝັ້ນຢ່າງແນວແນ່ວ່າ, ກອງປະຊຸມໃຫຍ່ຈະວາງອອກບັນດາລັດຖະນະໂຍບາຍສຳຄັນ ແລະ ກຳນົດແຜນນະໂຍບາຍ, ການກຳນົດທິດໃຫຍ່ ເພື່ອປະຕິບັດເປົ້າໝາຍພື້ນຖານສຳເລັດການສ້າງສັງຄົມນິຍົມທັນສະໄໝຢ່າງມີໄຊ, ກ້າວໄປເຖິງການສ້າງປະເທດ ຈີນສັງຄົມນິຍົມທັນສະໄໝ, ຮັ່ງມີ, ເຂັ້ມແຂງ ປະຊາທິປະໄຕ, ສີວິໄລ.

ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ແລະ ພ້ອມແລ້ວທີ່ຈະພ້ອມກັບ ຈີນ ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງ ແລະ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ກ້າວເຂົ້າສູ່ໄລຍະໃໝ່, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ