ຊຸກຍູ້ການພົວພັນຖານບ້ານໄກ້ເຮືອນຄຽງມິດຕະພາບລະຫວ່າງ ຫວຽດນາມ-ຈີນ

ຊຸກຍູ້ການພົວພັນຖານບ້ານໄກ້ເຮືອນຄຽງມິດຕະພາບລະຫວ່າງ ຫວຽດນາມ-ຈີນ - ảnh 1

ທ່ານຫຼີຈາງ​ຊວນ ​ເຮັດ​ວຽກ​ກັບ​ທ່ານ​ໂຕ​ຮູ​ຍ​​ເຣືອ

(ພາບ:anhbasam.wordpress.com)

( vovworld ) – ​​​ຕາມນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ຈີນ ​ແລ້ວ, ​ໂດຍ​ໄດ້​ຮັບ​ຄຳ​ເຊື້​ອ​ເຊີນ​ຈາກ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ໂຕ​ຮູ​ຍ​​ເຣືອ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຈີນ ​ແຕ່​ວັນ​ທີ 14-20/2/2012. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 16/2, ຢູ່​ນະຄອນ​ຫຼວງປັກ​ກີ​ງ, ທ່ານ​ຫຼີຈາງ​ຊວນ, ກຳມະການ​ປະຈຳ​ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມີ​ນິດ​ຈີນ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂຕ​ຮູ​ຍຣືອ ​ແລະ ​ຄະນະ​ຜູ້​ແທນສູນ​ກາງ​ພັກ​ກອມ​ມີ​ນິດ​ຫວຽດນາມ. ທີ່​ການ​ພົບ​ປະ​, ​ທ່ານຫຼີຈາງ​ຊວນ  ຢືນຢັນ​ວ່າ ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ​ຈີນ ​ແລະ ຫວຽດນາມ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ກັບສຳລັບ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ, ກໍ​ຄືສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ພ້ອມ​ທັງ​ເນັ້ນໜັກ​ວ່າ: ພັກ, ລັດ ​ແລະ ປະຊາຊົນຈີນ ຍາມ​ໃດ​ກໍ​ຖືການພັດ​ທະນະ​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ-​ຈີນ ​ເປັນ​ສຳຄັນ. ຝ່າຍ​ຈີນ ຈະ​ພ້ອມ​ກັບ​ຝ່າຍ​ຫວຽດນາມຊາບ​ຊືມປະຕິບັດ​ຄວາມ​ຮັບ​ຮູ້​ລວມທີ່​ບັນລຸ​ໄດ້​ລະຫວ່າງ​ສອງ​ພັກ, ສອງ​ລັດ​ຢ່າງ​ເຂັ້ມງວດ, ຊຸກ​ຍຸ້ການ​ພົວພັນ​ມິດຕະພາບ ​ແລະ​ ການ​ຮ່ວມ​ມື​ຢ່່າງຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ຢ່າງ​ບໍ​ຢຸດ​ຢັ້ງ ​ແລະ​ ກ້າວເຂົ້າສູ່​ລວງ​ເລິກ, ນຳ​ມາ​ເຊີ່ງ​ຜົນ​ງານ​ອັນ​ແທດ​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.

   ສ່ວນ​ທ່ານ ​ໂຕ​ຮູ​ຍ​ເຣືອ ​ໄດ້​ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຝ່າຍ​ຈີນ ປະຕິບັດ​ຄວາມ​ຮັບ​ຮູ້​ລວມທີ່​ບັນລຸ​ໄດ້ລະຫວ່າງ​ການ​ນຳ​ຂັ້ນສູງສອງ​ພັກ, ສອງ​ລັດ​ໃນ​ການ​ຢ້ຽມຢາມ​ຈີນ ຂອງ​ທ່ານ​ເລຂາທິການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ຫວ່າງ​ແລ້ວ​ນີ້​, ຊຸກ​ຍູ້ການ​ພົວພັນ​ແລກປ່ຽນ​ໃນ​ທຸກ​ຂົງ​ເຂດ, ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ບັນດາ​ກະຊວງ ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ, ຊຸກ​ຍູ້ການ​ພົວພັນ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ-​ຈີນ ຢ່າງ​ບໍ​ຢຸດ​ຢັ້ງ, ​ເພື່ອຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

    ກ່ອນ​ໜ້ານັ້ນ, ທ່ານ ​ໂຕ​ຮູ​ຍ​ເຣືອ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນພັກ​ກອມ​ມູນິດ​ຈີນ ​ໂດຍ​ທ່ານ​ຫຼີ​ແຢວນຈຽວ.    ກຳມະການ​ກົມ​ການ​ເມືອງ, ​ເລຂາຄະ​ນະ​ເລຂາ, ຫົວໜ້າຄະນະ​ຈັດຕັ້ງສູນ​ກາງ​ນຳ​ໜ້າ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ການຈັດຕັ້ງ, ພະນັກງານ​ຂອງ​ສອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ວາງ​ແຜນ​ກຳນົດ, ບຳລຸງ​ສ້າງ, ຕີ​ລາຄາ​ພະນັກງານ…​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​​ຄະນະ​ຈັດຕັ້ງສູນ​ກາງ​ສອງ​ພັກ; ​ເປີດ​ກ້ວາງ​ການ​ແລກປ່ຽນ​ບົດຮຽນ, ຮ່ວມ​ມືບຳລຸງ​ສ້າງ​ພະນັກງານ…..​ຕາມ​ທິດ​ເຂົ້າສູ່​ລວງ​ເລິກ, ​ແທດ​ຈິງ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອດ​ດ້ານ ຫວຽດນາມ-​ຈີນ ນັບ​ມື້​ນັບ​ອຸດົມສົມບູນ​ຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ