ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອັນ ກວ່າ​ອີກ

(VOVWORLD) - ວັນທີ 25 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສິ້ນສຸດການຢ້ຽມຢາມ ອິດສະຣາແອັນ ເປັນເວລາ 3 ວັນ. ກ່ອນສິ້ນສຸດການຢ້ຽມຢາມ, ຕອນບ່າຍວັນທີ 25 ກໍລະກົດ, ຢູ່ Tel Aviv,ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນBenjamin Netanyahu.
 
 
ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອັນ ກວ່າ​ອີກ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນBenjamin Netanyahu.

(ພາບ:VGP)

 ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົພົວພັນມິດຕະພາບ ແລະ ຮ່ວມມືໃນຫຼາຍດ້ານ ກັບ ອິດສະຣາແອັນ ເປັນສຳຄັນ, ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດ ໃນ 30 ປີຜ່ານມາ (1993 - 2023). ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ສອງຝ່າຍຕ້ອງຖືວິທະຍາສາດ - ເຕັກໂນໂລຢີ ແລະ ກະສິກໍາໝູນໃຊ້ເຕັກໂນໂລຢີສູງ ແມ່ນບັນດາຂົງເຂດບຸລິມະສິດໃນການຮ່ວມມື, ຢັ້ງຢືນວ່າ ຫວຽດນາມ ໄດ້ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ອິດສະຣາແອັນ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ແບ່ງປັນບົດຮຽນໃນບັນດາຂົງເຂດ ເຊິ່ງ ອິດສະຣາແອັນ ມີທ່າແຮງ.

        ສ່ວນທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງອິດສະຣາແອັນ ແລະ ດ້ວຍທ່າໄດ້ປຽບທີ່ສາມາດເສີມສ້າງໃຫ້ກັນນັ້ນ, ສອງຝ່າຍກໍ່ມີກຳລັງບົ່ມຊ້ອນຢາງໃຫຍ່ຫຼວງ ເພື່ອເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນວິທະຍາສາດ - ເຕັກໂນໂລຢີ, ການເລີ່ມຕົ້ນທຸລະກິດປະດິດຢ່າງມີຫົວຄິດສ້າງ, ກະສິກຳໝູນໃຊ້ເຕັກໂນໂລຢີສູງ, ເຕັກໂນໂລຢີບຳບັດນ້ຳ ແລະ ສາທາລະນະສຸກ.

        ກ່ອນວັນດຳເນີນການພົບປະເຈລະຈາ, ການນຳສອງທ່ານກໍເປັນສັກຂີພິຍານພິທີລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອັນ. ນີ້ແມ່ນຂີດໝາຍສຳຄັນ ປະກອບສ່ວນສ້າງກອບນິນິກຳໃຫ້ສົມບູນແບບ, ສ້າງບາດກ້າວບຸກທະລຸແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ