ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ສປປເກົາຫຼີ

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ສປປເກົາຫຼີ - ảnh 1
ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ປົດ​ປ່ອຍປະ​ເທດ ສປປ​ເກົາຫຼີ
(ພາບ: AFP/TTXVN)

(vovworld) – ​ ຄະນະ​ຜູ້​ແທນ​ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໂດຍ​ທ່ານ​ປະທານ​ສະຫະ​ພັນ ຫວູຊວນ​ຮົ່ງ ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ​ເກົາຫຼີ ​ໃນ​ລະຫວ່າງ​ວັນ​ທີ 13 – 18/8. ການ​ຢ້ຽມຢາມ​ປະຕິບັດ​ຕາມ​ຄຳ​ເຊີນ​ຂອງ​ຄະນະ​ກຳມະການ​ຕິ​ດຕໍ່ສື່ສານວັດທະນາ​ທຳ​ການ​ຕ່າງປະ​ເທດ ສປປ​ເກົາຫຼີ. ​ໃນ​ໄລຍະ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ, ຄະນະ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ປົດ​ປ່ອຍປະ​ເທດ ສປປ​ເກົາຫຼີ; ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ 2 ສະມາຄົມ​ມິດຕະພາບຢູ່ 2 ປະ​ເທດ; ​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ກຳມະການ​ຕິດ​ຕໍ່​ສື່ສານວັດທະນະທຳ​ການ​ຕ່າງປະ​ເທດ​ຂອງ ສປປ​ເກົາຫຼີ, ສະມາຄົມ​ມິດຕະພາບ ສປປ​ເກົາຫຼີ - ຫວຽດນາມ, ຄະນະ​ກຳມະການ​ສັນຕິພາບ ສປປ​ເກົາຫຼີ. ທີ່​ບັນດາການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ຕີ​ລາຄາ​ການ​ຮ່ວມ​ມື​ລະຫວ່າ​ງອົງການ​ຕ່າງໆ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ​ແລກປ່ຽນ​ຄວາມ​ເຫັນ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຢ່າງ​ເປັນ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ອົງການ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງແທດ​ຈິງ ປະກອບສ່ວນ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ໃນ​ສະພາບ​ການ​ໃໝ່. ​ໃນ​ຂອບ​ເຂດ​ການ​ຢ້ຽນຢາມ, ຄະນະ​ໄດ້​ລົງ​ຢ້ຽມຢາມ​ບາ​ງຮາກຖານ​ວັດທະນະທຳ, ການ​ສຶກສາ​ຂອງ ສປປ​ເກົາຫຼີອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ