ຊຸກຍູ້ການພົວພັນມິດຕະພາບສະພາແຫ່ງຊາດຫວຽດນາມແລະ ສ.Uruguayຢ່າງແທດ​ຈິງ​ແລະມີປະສິດທິຜົນ

ຊຸກຍູ້ການພົວພັນມິດຕະພາບສະພາແຫ່ງຊາດຫວຽດນາມແລະ ສ.Uruguayຢ່າງແທດ​ຈິງ​ແລະມີປະສິດທິຜົນ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ຕ່ຳ Uruguay ຕາ​ເວັນ​ອອກ

(vovworld) -​ ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ທ່ານ​ປະທານ​ສະພາ​ຕຳ່ສາທາລະນະ​ລັດ​ Uruguay ຕາ​ເວັນ​ອອກ Anibal Pereyra, ພວມ​​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າ​ວັນ​ທີ 19/1, ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ປະທານ​ສະພາ​ຕຳ່ສາທາລະນະ​ລັດ​ Uruguay ຕາ​ເວັນ​ອອກ Anibal Pereyra ​ໄດ້​ມີ​ການເຈລະຈາ ​ແລະ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ອົງການ​ນິຕິບັນຍັດ.

        ທີ່​ການ​​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ Uruguay ​ໃນ​ການ​ພົວພັນ 2 ຝ່າຍ ກໍ່​ຄື​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ. ​ເພື່ອ​ເພີ່ມ​ທະວີການ​ຊຸກຍູ້ ​ແລະ ນຳ​ການ​ພົວພັນ​ມິດຕະພາບ ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ 2 ຝ່າຍ​ຕັ້ງໜ້າ​ສົມທົບ​ກັນ, ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມືທີ່​ໄດ້​​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ກໍ່​ຄື​ສະໜັບສະໜູນກັນ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຄື​ລັດ​ຖະສະ​ພາລະ​ຫວ່າງ​ຊາດ​ໂລກ. 

        ສ່ວນທ່ານ​ປະທານ​ສະພາ​ຕຳ່ສາທາລະນະ​ລັດ​ Uruguay ຕາ​ເວັນ​ອອກ Anibal Pereyra ກໍ່​ຢືນຢັນ​ວ່າ, ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ສະໜັບສະໜູນ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ ​ແລະ ​ເນັ້ນ​ໜັກ​ວ່າການ​ຢ້ຽມຢາມ​ຫວຽດນາມ​ ຄັ້ງ​ທຳ​ອິດ​ຂອງ​ຄະນະ ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປັບປຸງ​ການ​ພົວພັນ​ມິດຕະພາບ​ທີ່​ດີ​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ. ທ່ານໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ມານະ​ພະຍາຍາມ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ; ສອງ​ສະພາ​ແຫ່ງ​ຊາດ​ໃນ​ຂົງ​ເຂດຕ່າງໆ ​ແລະ ກຳນົດ​ຢ່າງ​ຈະ​ແຈ້ງວ່າ ອາຊີ, ​ໃນ​ນັ້ນ​ມີ​ຫວຽດນາມ ​ແມ່ນ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ໃນ​ປະຈຸ​ບັນ.

        ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ປະທານ​ສະພາ​ຕຳ່ສາທາລະນະ​ລັດ​ Uruguay ຕາ​ເວັນ​ອອກ Anibal Pereyra, ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ອົງການ​ນິຕິບັນຍັດ​ສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ