ຊຸກຍູ້ການພົວພັນມິດຕະພາບຫວຽດນາມ- Tanzania ກວ່າອີກ

(VOVWORLD) -ວັນທີ 8 ກັນຍາ ຢູ່ສຳນັກງານສະພາແຫ່ງຊາດ ທີ່ນະຄອນຫລວງ Dodoma ປະເທດ Tanzania, ທ່ານ ເອກອັກຄະລັດຖະທູດຫວຽດນາມ ຫງວຽນກີມຢວັນ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ແລກປ່ຽນຄຳເຫັນກັບປະທານສະພາແຫ່ງຊາດ Tanzania, Job Yustino Ndugai. 
ຊຸກຍູ້ການພົວພັນມິດຕະພາບຫວຽດນາມ- Tanzania ກວ່າອີກ - ảnh 1 ທ່ານປະທານສະພາແຫ່ງຊາດ Tanzania, Job Yustino Ndugai ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດຫວຽດນາມ ຫງວຽນກີມຢວັນ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ Job Yustino Ndugai ໄດ້ຢືນຢັນ: ສະພາແຫ່ງຊາດ Tanzania ຍາມໃດກໍ່ສະຫນັບສະຫນູນ ແລະ ຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນເລື່ອງເປີດກວ້າງ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ Tanzania ເວົ້າລວມ ກໍຄືການພົວພັນລະຫວ່າງບັນດາອົງການສ້າງກົດໝາຍເວົ້າສະເພາະກວ່າອີກ. ທ່ານເອກອັກຄະລັດຖະທູດ ຫງວຽນກີມຢວັນ ກໍ່ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນເລື່ອງເພີ່ມທະວີການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານກັບ Tanzania ແລະ ປາດຖະຫນາວ່າ ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ