ຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືທີ່ເປັນມູນເຊື້ອຫວຽດນາມ-ຮຸງກາຣີ

ຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືທີ່ເປັນມູນເຊື້ອຫວຽດນາມ-ຮຸງກາຣີ - ảnh 1
​ທ່ານ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ Szijjarto Peter
(ພາບ:TTXVN )

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ກັບ​ຕ່າງປະ​ເທດ ຮູ​ງກາຣີ Szijjarto Peter ມາ​ຢ້ຽມຢາມ ​ຫວຽດນາມຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 11-13/1/2016. ​ໃນ​ການ​ເຈລະຈາ​ກັບທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ກັບ​ຕ່າງປະ​ເທດ ຮູ​ງກາຣີ Szijjarto Peter, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ, ຫວຽດນາມ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຝ່າຍ​ ຮູ​ງກາຣີ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ນຳ​ໃຊ້ ODA ຂອງ ຮູ​ງກາຣີ ຢ່າງ​ມີ​ປະສິດທິ​ຜົນ. ສ່ວນ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ກັບ​ຕ່າງປະ​ເທດ ຮູ​ງກາຣີ  ກໍ່​ຕີ​ລາຄາ​ສູງ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ ຫວຽດນາມ​ຢູ່​ພາກ​ພື້ນ ​ແລະ ສາກົນ; ພ້ອມ​ທັງຢືນຢັນຈະ​ສະໜັບສະໜູນ​ເລື່ອງ ສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ ຫວຽດນາມ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ​ໂດຍ​ໄວ ​ແລະ ອີ​ຢູ ຮັບຮອງ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ຂອງ​ຫວຽດນາມ. ຝ່າຍ​ ຮູ​ງກາຣີ ຈະ​ສ້າງ​ ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ, ​ເກີບ​ໜັງ​ຂອງ​ ຫວຽດນາມ​ສົ່ງ​ອອກ​ເຂົ້າ   ຮູ​ງກາຣີ.

ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ, ພິ​ເສດ​ແມ່ນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ຢູ່​ບັນດາ​ເວທີ​ປາ​ໄສພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ. ສອງ​ຝ່າຍ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ