ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ​ອິ​ນ​ເດຍ ແລະ ຍີ່​ປຸ່ນ

(VOVWORLD) - ຕອນບ່າຍວັນທີ 8 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ.

ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ​ອິ​ນ​ເດຍ ແລະ ຍີ່​ປຸ່ນ - ảnh 1 ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກກາງ ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Ito Naoki(ພາບ:  qdnd.vn)

ທີ່ການຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດ ອິນເດຍ, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ສະເໜີສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 1 ສິງຫາ ທີ່ຜ່ານມາ, ສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງເລິກເຊິ່ງຂຶ້ນຕື່ມ, ນຳການຮ່ວມມືສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ໃນທຸກຂົງເຂດ.

ສ່ວນທ່ານເອກອັກຄະລັດຖະທູດ Sandeep Arya ເນັ້ນໜັກວ່າ ຫວຽດນາມ ແລະ ອິນເດຍ ຕ້ອງສືບຕໍ່ຜັນຂະຫຍາຍບັນດາໝາກຜົນໃນກາມຮ່ວມມືທີ່ບັນລຸໄດ້ ແລະ ຕັ້ງໜ້າຍູ້ແຮງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອໃຫ້ເໝາະສົມກັບທ່າອ່ຽງລວມຂອງຍຸກສະໄໝ, ຮັບໃຊ້ເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງ ຂອງແຕ່ລະປະເທດ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Ito Naoki, ທ່ານ ຫງວຽນຈ້ອງເຫງ້ຍ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ເປັນຄູ່ຮ່ວມມືຍຸດທະສາດສຳຄັນ ແລະ ສອງປະເທດມີຈຸດທີ່ຄ້າຍຄືກັນຫຼາຍຢ່າງກ່ຽວກັບຜົນປະໂຫຍດ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນ ພ້ອມກັນພັດທະນາ. ທ່ານ ຫງວຽນຈ້ອງເຫງ້ຍ ສະເໜີສະຖານທູດສືບຕໍ່ແມ່ນຂົວຕໍ່ໃນການເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືລະຫວ່າງສອງປະເທດໃນທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ.

ສ່ວນທ່ານເອກອັກຄະລັດຖະທູດ Ito Naoki ໄດ້ຢັ້ງຢືນການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ອາຊີ ແລະ ໃນໂລກ ແມ່ນຂີດໝາຍສຳຄັນເພື່ອໃຫ້ສອງປະເທດຫວນຄືນການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນໄລຍະ 50 ປີຜ່ານມາ. ທ່ານເອກອັກຄະລັດຖະທູດປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ