ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຣັບ

(VOVWORLD) - ທ່ານເອກອັກຄະລັດຖະທູດ ອາຣັບບິ ຊະອຸດິ ເນັ້ນໜັກວ່າ: ອາຣັບບິ ຊະອຸດິ ແລະ ບັນດາປະເທດ ອາຣັບ ຕີລາຄາ ຫວຽດນາມ ແມ່ນຈຸດເດັ່ນກ່ຽວກັບການເຕີບໂຕເສດຖະກິດ, ມີຫຼາຍປະເທດ, ໃນນັ້ນມີບັນດາປະເທດໃນກຸ່ມ ອາຣັບ ເຊື່ອໝັ້ນ, ຖືເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືແໜ້ນແຟ້ນກ່ວາອີກໃນໄລຍະຈະມາເຖິງ. 
ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຣັບ - ảnh 1ບັນດາເອກອັກຄະລັດຖະທູດເຂົ້າຮ່ວມເຫດການ
(ພາບ: ສະຖານທູດ ອາຣັບບິ ຊາອຸດິ)

ກ່າວຄຳເຫັນທີ່ການພົບປະລະຫວ່າງບັນດາເອກອັກຄະລັດຖະທູດກຸ່ມ ອາຣັບ ປະຈຳ ຫວຽດນາມ ກັບບັນດາອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳບັນດາປະເທດ ອາຣັບ, ຈັດຂຶ້ນໃນຕອນຄ່ຳວັນທີ 13 ມີນາ, ຢູ່ຮ່າໂນ້ຍ, ທ່ານ Mohammed Ismaeil A. Dahlwy, ເອກອັກຄະລັດຖະທູດ ອາຣັບບິ ຊະອຸດິ ໄດ້ເນັ້ນໜັກວ່າ: ບົນພື້ນຖານການພົວພັນທີ່ເປັນມູນເຊື້ອອັນດີງາມໃນອະດີດຕະການ, ນີ້ແມ່ນໄລຍະເວລາເໝາະສົມເພື່ອນຳການພົວພັນ ຫວຽດນາມ ກັບບັນດາປະເທດໃນກຸ່ມ ອາຣັບ ຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະ ເລິກເຊິ່ງ ກ້ວາງຂວາງກ່ວາອີກ. ທ່ານເອກອັກຄະລັດຖະທູດ ອາຣັບບິ ຊະອຸດິ ເນັ້ນໜັກວ່າ: ອາຣັບບິ ຊະອຸດິ ແລະ ບັນດາປະເທດ ອາຣັບ ຕີລາຄາ ຫວຽດນາມ ແມ່ນຈຸດເດັ່ນກ່ຽວກັບການເຕີບໂຕເສດຖະກິດ, ມີຫຼາຍປະເທດ, ໃນນັ້ນມີບັນດາປະເທດໃນກຸ່ມ ອາຣັບ ເຊື່ອໝັ້ນ, ຖືເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືແໜ້ນແຟ້ນກ່ວາອີກໃນໄລຍະຈະມາເຖິງ. ໃນຂະນະນັ້ນ, ບັນດາປະເທດ ອາຣັບ ມີຄວາມສາມາດບົ່ມຊ້ອນໃນຂົງເຂດເສດຖະກິດ, ການເງິນ, ການຄ້າ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງຝ່າຍແມ່ນໃຫຍ່ຫຼວງທີ່ສຸດ.

        ສ່ວນເອກອັກຄະລັດຖະທູດ ບັນດາປະເທດ ອາຣັບ ຢັ້ງຢືນ ຈະມານະພະຍາຍາຈົນສຸດຄວາມສາມາດ ເພື່ອພັດທະນາການພົວພັນກັບ ຫວຽດນາມ ໃຫ້ດີກ່ວາອີກ; ປາດຖະໜາຢາກພ້ອມກັນຮ່ວມມື, ສົມທົບກັນ ແລະ ໄດ້ຮັບການໜູນຊ່ວຍຈາກເພື່ອນມິດ ຫວຽດນາມ ເພື່ອນຳການພົວພັນມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຣັບ ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ