ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ - ảnh 1

(ພາບ:bee.net.vn)

( vovworld ) –  ວັນ​ທີ 26/5, ສະພາ​ສົ່ງ​ເສີມ​ສັນຕິພາບ, ມິດຕະພາບ​ຫວຽດນາມ-ຍີ່ປຸ່ນ (JVPF) ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ຢູ່​ໂຕກ​ຽວ ​ເພື່ອ​ຕີ​ລາຄາ​ໝາກຜົນ​ຂອງ​ວຽກ​ງານ​ປີ 2011 ​ແລະ ປຶກສາ​ຫາລື​ທິດ​ທາງ​ການ​ເຄື່ອນ​ໄຫວ​ປີ 2012. ກ່່າວຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Doan Xuan Hung ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງສະພາ​ສົ່ງ​ເສີມ​ສັນຕິພາບ, ມິດຕະພາບ​ຫວຽດນາມ-ຍີ່ປຸ່ນ ​ໃນ​ຕະຫຼອດ 12 ປີຜ່ານມາ ​ແລະ ທ່ານປາດ​ຖະໜາ​ວ່າ, ​ ​ເພື່ອ​ມຸ້ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດໃນ​ປີ 2013, ສະພາ​ສົ່ງ​ເສີມ​ສັນຕິພາບ, ມິດຕະພາບ​ຫວຽດນາມ-ຍີ່ປຸ່ນ ຈະຕັ້ງໜ້າສົມ​ທົບ​ໃນ​ວຽກ​ງານ​ຈັດຕັ້ງ​ເຫດການ​ໃຫ່ຍນີ້​ຂອງ​ສອງ​ປະ​ເທດ. ສ່ວນ​ທ່ານ​ Murayama, ປະທານສະພາ​ສົ່ງ​ເສີມ​ສັນຕິພາບ, ມິດຕະພາບ​ຫວຽດນາມ-ຍີ່ປຸ່ນ, ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຢາກຮ່ວມ​ມື​ກັບ​ທ່ານເອກ​ອັກຄະ​ລັດຖະທູດ Doan Xuan Hung ​ເພື່ອ​ພ້ອມ​ກັນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ