ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ຈີນ ໃຫ້ພັດທະນາຢ່າງສົດໄສ, ໝັ້ນຄົງຍາວນານ

ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ຈີນ ໃຫ້ພັດທະນາຢ່າງສົດໄສ, ໝັ້ນຄົງຍາວນານ - ảnh 1
(ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​​ຈາກສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນກາງພັກ, ທູດ​ພິ​ເສດ​ຂອງ​ທ່ານ​​ເລຂາທິການ​ໃຫຍ່​ຫວຽດນາມ ຫງວຽນ​ຟຸຈ້ອງ ຈະ​ໄປ​ຢ້ຽມຢາມ​ຈີນ ​​ແຕ່​ວັນ​ທີ 26 – 27/08. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​​ໂດຍ​​ໃຫ້​ຮູ້​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ: ຈຸດ​ປະສົງ​ຂອງ​ການ​ຢ້ຽມຢາມ​ແມ່ນ​ເພື່ອ​ແນ​ໃສ່​ແລກປ່ຽນ​ກັບ​ການ​ນຳ​ຈີນ ກ່ຽວ​ກັບ​ບັນດາ​ບັນຫາ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຫຼຸດ​ລົງ, ບໍ່​ປະ​ໃຫ້​ເກີດ​ບັນດາ​ຄວາມ​ເຄັ່ງ​ຕຶ່ງ​ຄື​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ​ໃຫ້​ພັດທະນາ​ຢ່າງສົດ​ໄສ, ໝັ້ນຄົງ​ຍາວ​ນານ, ຕອບ​ສະໜອງ​ຄວາມ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ​ຫວຽດນາມ - ຈີນ.

        ​ເມື່ອ​ຕອຍຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວກັບ​ເລື່ອງ​ແກ້​ໄຂ​ຜົນ​ສະ​ທ້ອນ​ຈາ​ກການ​ກໍ່​ຄວາມ​ວຸ້ນວາຍຢູ່​ບາງ​ທ້ອງ​ຖິ່ນ ​ໃນ​ກາງ​​ເດືອນ 05 ຜ່ານ​ມາ ສຳລັບ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ຈີນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ​ເລ​ຫາຍ​ບິງ ຊີ້​ແຈ້ງວ່າ “ຝ່າຍ​ຫວຽດນາມ ​​ເປັນ​ໜ້າເສຍ​ດ່າ​ຍກ່ຽວ​ກັບ​​ເຫດການ​ທີ່​ເກີດ​ຂຶ້ນ​ສຳລັບ​ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ ​ແລະ ກຳມະກອນ​ຈີນ ​ໃນ​ເດືອນ 05 ຜ່ານ​ມາ, ພ້ອມ​ທັງສະແດງຄວາມເສົາສະລົດໃຈກ່ຽວ​ກັບ​ເລື່ອງ ມີ​ກຳມະກອນ​ຈີນ ບາງ​ຄົນ​ເສຍ​ຊີວິດ ​ແລະ ຮັບບາດ​ເຈັບ​ໃນ​ເຫດການ​ດັ່ງກ່າວ. ຝ່າຍ​ຫວຽດນາມ ຈະ​ມີ​ຮູບ​ແບບ​ໜູນ​ຊ່ວຍ​ມະນຸດສະທຳ​ສຳລັບ​ກຳມະກອນ​ຈີນ ຖືກ​ເຄາະ​ຮ້າຍ. ສະມາຄົມມິດຕະພາບ​ຫວຽດນາມ - ຈີນ ຈະ​ສົ່ງ​ຄະນະ​ຜູ​້​ແທນ​ໄປ​ຍັງ​ຈີນ ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ບາງ​ຄອບຄົວ​ຕາງໜ້າ​​ໃຫ້​ບັນດາ​ຜູ້​ຖືກ​ເຄາະ​ຮ້າຍ. ຝ່າຍ​ຫວຽດນາມ ​ໄດ້ ​ແລະ ພວມ​ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ, ມາດ​ຕະການ​ໜູນ​ຊ່ວຍ​ເຊິ່ງລັດຖະບານ​ໄດ້​ປະກາດ​ສຳລັບ​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ ​ແລະ ​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ຫວຽດນາມ ​ໄດ້ ​ແລະ ພວມ​ສືບສວນ​ເຫດກາ​ນຢ່າງ​​ເຂັ້ມ​ງວດ ​ແລະ ​ປັບໄໝລົງໂທດບັນດາ​ຜູ້​ກໍ່​ຄວາມ​ວຸ້ນວາຍ​ລະ​ເມີດ​ກົດໝາຍ; ພ້ອມ​ທັງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ຈຳ​ເປັນ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ, ປອດ​ໄພ​ໃຫ້​ກຳມະກອນ, ວິ​ສາ​ຫະກິ​ດຈີນ ​ແລະ ບັນດາ​ວິ​ສາ​ຫະກິດປະ​ເທດ​ອື່ນຢູ່​ຫວຽດນາມ.”

ຂ່າວ/ບົດ​ອື່ນ