ຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ສິງກະໂປກ່ວາອີກ

ຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ສິງກະໂປກ່ວາອີກ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ​ ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Catherin Wong
(ພາບ: daidoanket)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 17/10 ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Catherin Wong ​​ເອກ​ອັກຄະ​ລັດຖະທູດ ສິງກະ​ໂປ ​ເນື່ອງ​ໃນ​ໂອກາດ​​ປະຕິບັດ​ໜ້າ​ທີ່​​ການ​ທູດ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ທ່ານ​ນາງ​ເອກ​ອັກຄະ​ລັດ​ຖະທູດມາ​ຮັບໜ້າ​ທີ່ຢູ່ ຫວຽດນາມ ​​ໃນ​ຈຸດ​ເວລາ​ ​ທີ່ມີ​ຄວາມ​ໝາຍ​ ​ເມື່ອການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ພວມ​ໄດ້ຮັບ​ການ​ຍູ້​ແຮງ. ຕາມ​ທ່ານ ຫງວຽນ​ທ້ຽນ​ເຍີນ ​ແລ້ວ, ​ເພື່ອ​ແນ​ໃສ່​ພັດທະນາ​ປະ​ເທດ​ຊາດ, ການ​ຮັບ​ຟັງ​ຄວາມ​ເຫັນ​ຈາກ​ປະຊາຊົນ​ສຳລັບ​ການ​ເຄື່ອນ​ໄຫວ​ຂອງລະບົບ​ອຳ​ນາດ​ການ​ປົກຄອງມີ​ຄວາມ​ໝາຍ​ທີ່​ສຸດ. ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ເອົ​າ​ໃຈ​ໃສ່​ເຖິງ​ການ​ຕີ​ລາຄາ​ຂອງ​ປະຊາຊົນ ​ເພື່ອ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ລັດຖະບານ ​ແລະ ​ແນວ​ໂຮມ​ປະ​ເທດຊາດ ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ ປັດຈຸບັນ ​ແນວ​ໂຮມ​ປະ​ເທດຊາດ ຫວຽດນາມ ພວມ​ຜັນ​ຂະຫຍາຍ​ໂຄງການ​ຕີ​ລາຄາ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ​ສຳລັບ​ອຳນາດ​ການ​ປົກ​ຄອງ​ຂັ້ນ​ພື້ນຖານ ​ແລະ ຖື​ນີ້​ເປັນ​ດັດຊະນີ​ກ່ຽວ​ກັບການ​ປະຕິ​ຮູບ​ດ້ານ​ບໍລິຫານ, ປາດ​ຖະໜາ​ວ່າ: ສິງກະ​ໂປ ຈະ​ແບ່ງປັນ​ບັນດາ​ບົດຮຽນ ​ແລະ ພາຫະນະ​ຕີ​ລາຄາ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ.

        ສ່ວນທ່ານ​ນາງ Catherin Wong ກໍ່ຢືນຢັນ​ວ່າ: ສິງກະ​ໂປ ພ້ອມ​ແລ້ວ​ທີ​່ຈະ​ໜູນ​ຊ່ວຍ ຫວຽດນາມ ກ່ຽວກັບ​ບົດຮຽນ​ໃນ​ການ​ຕີ​ລາຄາ​ຄວາມ​ເພິ່ງ​ພໍ​​ໃຈ​ຂອງ​ປະຊາຊົນ, ທ່ານ​ນາງ Catherin Wong ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ແນວ​ໂຮມ​ປະ​ເທດຊາດ ຫວຽດນາມ ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ ລະຫວ່າງ 2 ປະ​ເທດ​ໃນ​​ໄລຍະ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ