ຊຸກຍູ້ການພົວພັນສາມັກຄີມິດຕະພາບລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນຫວຽດນາມ-ກຳປູເຈຍ

ຊຸກຍູ້ການພົວພັນສາມັກຄີມິດຕະພາບລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນຫວຽດນາມ-ກຳປູເຈຍ - ảnh 1
ການ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ຫວຽດນາມ - ກຳປູ​ເຈຍ
(ພາບ: ອິນເຕີແນັດ)

(vovworld) –​ ກອງ​ປະຊຸມ​ການຮ່ວມ​ມື ​ແລະ ພັດທະນາ​ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 8 ຈະ​ດຳ​ເນີນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 28/10. ກອງ​ປະຊຸມ ​ໂດຍ​ທ່ານ ຟ້າ​ມບິ່ງມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ທ່ານ Xo Kheeng ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ກຳປູ​ເຈຍ ​ເປັນ​ປະທານ​ຮ່ວມ.

        ​ໃນ​ຂອບ​ເຂດ​ກອງປະ​ຊຸມ, ວັນ​ທີ 27/10, ການ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ຫວຽດນາມ - ກຳປູ​ເຈຍ ກະກຽມ​ໃຫ້​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ກອງ​ປະຊຸມ​ດັ່ງກ່າວ ທີ່​ດຳ​ເນີນຢູ່​ນະຄອນ ​ໂຮ່ຈີ​ມິນ. ນະ​ທີ່​ນີ້, 2 ຝ່າຍ​ກວດກາ, ສຳ​ຫລວດ​ກວດ​ຄືນ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ ນັບ​ແຕ່​ກອງ​ປະຊຸມ​ຮ່ວມ​ມື ​ແລະ ພັດທະນາ ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 7 (​ເດືອນ 3/2012) ມາ​ຮອດ​ປະຈຸ​ບັນ. ພ້ອມ​ທັງ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມທຸກ​ຍາກ, ຕິກ​ຂັດ ​ແລະ ຍົກ​ອອກ​ບັນດາ​ທິດ​ທາງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ສາມັກຄີ, ມິດຕະພາບ ​​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​​ເຂດ​ຊາຍ​ແດນ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ.

 

ຂ່າວ/ບົດ​ອື່ນ