ຊຸກຍູ້ການພົວພັນຫວຽດ ນາມ-ລາຊະອານາຈັກ ອັງກິດ

ຊຸກຍູ້ການພົວພັນຫວຽດ ນາມ-ລາຊະອານາຈັກ ອັງກິດ - ảnh 1 

(ພາບ: vietnamplus.vn )

(vovworld)-​​​​ ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ອັງກິດ ​ແລ​ະ ​ໄອ​ແລນ​ເໜືອ ​ແລະ ​ເປັນ​ປ​ະທານການ​ສົນທະນາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ອັງກິດ ຄັ້ງທີ 3, ຕອນບ່າຍ​ວັນ​ທີ 21/10, ທີ່​ສຳນັກງານ​ສະຖານທູດ​ຫວຽດນາມ ປະຈຳ​ອັງກິດ, ທ່ານ​ບຸ່ຍ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ພົບ​ປະ​ ​ແລະ ​ເຮັດ​ວຽກກັບ​ເຄືອ​ຂ່າຍ ຫວຽດນາມ-​ອັງກິດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Ben Chapman ປະທານ​ບໍ​ລິຫານເຄືອ​ຂ່າຍ​ ຫວຽດນາມ-​ອັງກິດ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ສອງ​ປະ​ເທດ​ໄດ້​ສ້າງຕັ້ງການ​ພົວພັນ​ທາງການ​ທູດ​ໄດ້ 40 ປີ​ແລ້ວ​ກໍ່ຕາມ​ແຕ່ ປຊຊ ອັງກິດ ​ຫຼາຍ​ຄົນ​ຍັງ​ບໍ່​ທັນ​ຮູ້ຈັກ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ເທື່ອ. ສິ່ງ​ດັ່ງກ່າວ​ໄດ້​ຊຸກຍູ້​ໃຫ້​ເຄື​ຍຂ່າຍ​ຂອງ​ທ່ານ​ຕ້ອງ​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ​ກ່ວາ​ອີກ ​ເພື່ອ​ປະກອບສ່ວນ​ຊ່ວຍ​ຊາວ​ອັງ​ກິດ ​​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດນາມ ຈະ​ແຈ້ງ​ກ່ວາ​ອີກ. ສ່ວນ​ທ່ານ ບຸ່ຍ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຖື​ວ່າ​: ຫວຽດນາມ ຕ້ອງ​ຮ່ຳ​ຮຽນ​​ເອົາບົດຮຽນ​ຂອງ​ອັງກິດ​ ໃນ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ​ຄື: ປັບປຸງ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແລກປ່ຽນ​ວັດທະນະທຳ ​ແລະ ພົວພັນ​ແລກປ່ຽນ​ລະຫວ່າງ ປຊຊ. ຫວຽດນາມ ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ແລະ ສະໜັບ​ສະ​ຫນູນຈາກ​ລັດຖະບານອັງກິດ​ ໃນ​ບັນດາ​ຂົງ​ເຂດ​ຄື: ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ​ເກັບ​ກູ້​ລະ​ເບີດຍັງ​ບໍ່​ທັນ​ແຕກ. ສອນ​ພາສາ​ອັງກິດ, ​ໂຄສະນາ​ການທ່ອງທ່ຽວ….

 

ຂ່າວ/ບົດ​ອື່ນ