ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ-ຈີນ ຢ່າງບໍ່​ຢຸດຢັ້ງ

(VOVWORLD) -ຕອນເຊົ້າວັນທີ 19 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້ ລັດຖະມົນຕີກະຊວງຕຳຫຼວດຈີນ ຊື່ງພວມຢູ່ຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຮ່ວມມືປ້ອງກັນ ຕ້ານອາດຊະຍາກຳຄັ້ງທີ 7 ລະຫວ່າງກະຊວງຕຳຫຼວດ 2 ປະເທດ.
  ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ-ຈີນ ຢ່າງບໍ່​ຢຸດຢັ້ງ - ảnh 1

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ແລະ ທ່ານ ເຈົາເຄືອຈື້ (ພາບ: TTXVN)

   ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງ ລັດຖະມົນຕີກະຊວງຕຳຫຼວດ 2 ທ່ານ; ທ່ານສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ 2 ປະເທດ ຕ້ອງສືບຕໍ່ປະຕິບັດໃຫ້ເປັນຢ່າງດີ ການຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ ໃນຂົງເຂດຮ່ວມມືດ້ານຄວາມໝັ້ນຄົງ ແລະ ປະຕິບັດກົດໝາຍ, ເສີມຂະຫຍາຍບົດບາດພິເສດຂອງຕົນ ໃນສະພາບການເປັນປົກກະຕິໃໝ່ ທັງປ້ອງກັນ ຕ້ານໂລກລະບາດໂຄວິດ 19, ທັງຟຶ້ນຟູ ແລະ ພັດທະນາເສດຖະກິດ.

   ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ຍາມໃດ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບກັບພັກ, ລັດແລະ ປະຊາຊົນຈີນ, ຊຸກຍູ້ການພົວພັນຫວຽດາມ-ຈີນ ໃຫ້ພັດທະນາຢ່າງປອດໄສ, ເປັນປົກກະຕິ.

  ສ່ວນທ່ານລັດຖະມົນຕີກະຊວງຕຳຫຼວດຈີນ ເຈົາເຄືອຈື້ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດສອງປະເທດ ຈະສືບຕໍ່ສົມທົບກັນປະຕິບັດໃຫ້ເປັນຢ່າງດີ ການຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ, ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳກ່ວາອີກ, ປະກອບສ່ວນນຳການພົວພັນຈີນ-ຫວຽດນາມ ໃຫ້ພັດທະນານັບມື້ນັບເລິກເຊິ່ງກ້ວາງຂວາງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ.

   ແລະ ກໍ່ໃນວັນທີ 19 ກຸມພາ,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນ ເຈົາເຄືອຈື້.

  ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ-ຈີນ ຢ່າງບໍ່​ຢຸດຢັ້ງ - ảnh 2

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

    ໃນວັນດຽວກັນ, ກອງປະຊຸມຮ່ວມມືປ້ອງກັນ ຕ້ານອາດຊະຍາກຳຄັ້ງທີ 7 ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ຈີນ ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໂດຍມີການເປັນປະທານຮ່ວມຂອງທ່ານພົນເອກໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ທ່ານ ເຈົາເຄືອຈື້ ລັດຖະມົນຕີກະຊວງຕຳຫຼວດຈີນ. ກອງປະຊຸມແມ່ນໂອກາດເພື່ອກະຊວງຕຳຫຼວດສອງປະເທດ ໄດ້ຕີລາຄາໝາກຜົນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ ກະຊວງຕຳຫຼວດສອງປະເທດ ຈາກກອງປະຊຸມຄັ້ງທີ 6 ຢູ່ປັກກິງ ປະເທດຈີນ ເມື່ອເດືອນຕຸລາປີ 2018 ມາຮອດປະຈຸບັນ ແລະ ວາງອອກບັນດາມາດຕະການຊຸກຍູ້ການຮ່ວມມືຮອດປີ 2022.

   ທີ່ກອງປະຊຸມຄັ້ງນິ້, ລັດຖະມົນຕີກະຊວງຕຳຫຼວດສອງປະເທດ ໄດ້ລົງນາມໃນບົດບັນທຶກກອງປະຊຸມ, ເຫັນດີເປັນເອກະສັນກ່ຽວກັບບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມື ຮັບປະກັນຄວາມໝັ້ນຄົງພາຍໃນປະເທດ; ເສີມຂະຫຍາຍປະສິດທິຜົນການຮ່ວມມືໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງສອງປະເທດໃນໄລຍະຈະມາເຖິງ…

 

ຕອບກັບ

ຂ່າວ/ບົດ​ອື່ນ