ຊຸກຍູ້ການພົວພັນຫວຽດນາມ-ເຢຍລະມັນ

ຊຸກຍູ້ການພົວພັນຫວຽດນາມ-ເຢຍລະມັນ - ảnh 1
ທ່ານລັດຖະມົນຕີ​ການຕ່າງປະ​ເທດ ​ເຢຍລະ​ມັນ Markus Ederer ແລະ ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ນ
(ພາບ: Phương Hoa/ TTXVN)

(vovworld) - ຕອນ​ບ່າ​ຍວັນ​ທີ 17/6, ທີ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ການຕ່າງປະ​ເທດ ​ເຢຍລະ​ມັນ Markus Ederer, ​ເນື່ອງ​ໃນ​ໂອກາດ​ມາ​ ຫວຽດນາມ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ກຸ່ມ​ປະສານ​ງານ​ຍຸດ​ທະ​ສາດ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ​ເຢຍລະ​ມັນ​ຄັ້ງ​ທີ 2. ທີ່​ການຕ້ອນຮັບ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ກະກຽມ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ໃນ​ປີ 2015, ຊຸກຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຈຸດ​ສຸມ. ຫວຽດນາມ ຊົມ​ເຊີຍ​ເລື່ອງ ​ເຢຍລະ​ມັນ ​ເປັນ​​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ວິ​ສາ​ຫະກິດ ​ເຢຍລະ​ມັນ ພາກ​ພື້ນ ອາຊີ - ປາຊີ​ຟິກ ຄັ້ງ​ທີ 14 (APK 14)  ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​​ເດືອນ 11/2014 ​ແລະ ກຽມພ້ອມ​ໜູນ​ຊ່ວຍ​ຝ່າຍ ​ເຢຍລະ​ມັນ​ຈັດ​ຕັ້ງກອງ​ປະຊຸມ​ສຳ​ເລັດ​ຜົນ. ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ພັດທະນາ, ​ເຢຍລະ​ມັນ ຢັ້ງຢືນ​ສືບ​ຕໍ່​ຮັກສາ​ການ​ສະໜອງທຶນ ODA ​ໃຫ້​ແກ່ ຫວຽດນາມ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດທີ່​ແທດ​ເໝາະກັບ​ການ​ໃຫ້ບຸລິມະ​ສິດ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ເຊິ່ງລວມມີ: ພະລັງງານ, ສິ່ງ​ແວດ​ລ້ອມ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ ຕິດ​ພັນ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ.

    ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປ​າ​ໄສ​ຫຼາຍ​ຝ່າຍ ​ແລະ ອົງ​ການຈັດ​ຕັ້ງ​ສາກົນ.

    ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ເຢຍລະ​ມັນ​ຢັ້ງຢືນ​ສະໜັບສະໜູນ​ທັດສະນະ​ຂອງ ຫວຽດນາມ ​ແກ້​ໄຂ​ການ​ຂັດ​ແຍ້​ງດ້ວຍ​ມາດ​ຕະການ​ສັນຕິພາບ, ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິ​ສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ພ້ອມ​ທັງ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງ​ຂຶ້ນຕື່ມ.

 




ຂ່າວ/ບົດ​ອື່ນ