ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ-ຍີ່ປຸ່ນ

ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ-ຍີ່ປຸ່ນ - ảnh 1
ພິ​ທີ​ມອບ​ຫຼຽນ​ຫາ​ທີ່​ລະ​ນຶກໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ
ປະ​ຈຳ​ຫວຽດ​ນາມ Fukada Hiroshi
(ພາບ: thoidai.com.vn)


(vovworld) - ​​ວັນ​ທີ 29/09, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະຫະ​​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ວູ​ຊວນ​ຮົ່ງ ໄດ້​ມອບ​ຫຼຽນ​ຫາ​ທີ່​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ, ມິ​ດ​ຕະ​ພາ​ບ​ລະ​ຫວ່າງ​ຊາດ” ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ Fukada Hiroshi ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ. ໃນ​ອາຍ​ຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຫວຽດ​ນາມ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Fukada Hiroshi ໄດ້​ມີ​ການ​ປະ​ກອບ​ສ່ວນສຳ​ຄັນ​ຫຼາ​ຍ​ຢ່າງ​ເ​ຂົ້າ​ໃນການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ບົນ​ພື້ນ​ຖານ​ການ​ພົວ​ພັນ​ດ້ານ​ກາ​ນ​ເມືອ​ງ​ອັນ​ດີ​ງາມ​. ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເຕີບ​ໂຕເປັນ​ປົກ​ກະ​ຕິ… ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ຮັບ​ຂອງ​ຂວັນ​ອັນ​ສູງ​ສົ່ງ​ທີ່​ສຸ​ດ​ຂອງສະຫະ​​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ, ທ່ານ Fukada Hiroshi ໃຫ້​ຮູ້​ວ່າ, ຈະ​ກັບ​ຄືນຫວຽດ​ນາມ ໃນ​ອະ​ນາ​ຄົດ ແລະ ຈະ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ຫຼາຍກວ່າ​ອີກ.

ຂ່າວ/ບົດ​ອື່ນ