ຊຸກຍູ້ການພົວພັນຮ່ວມມື ຫຼາຍດ້ານລະຫວ່າງ ຫວຽດນາມ - ບຸນກາຣີ

ຊຸກຍູ້ການພົວພັນຮ່ວມມື ຫຼາຍດ້ານລະຫວ່າງ ຫວຽດນາມ - ບຸນກາຣີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ
​ຕ້ອນຮັບ​ ປະທານາທິບໍດີ​ ບຸນ​ກາຣີ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 28 ຕຸລາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ ປະທານາທິບໍດີ​ ບຸນ​ກາຣີ Rosen Plevneliev.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ຖື​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ປະທານ​ນາ​ທິບໍດີ ບຸນ​ກາຣີ Rosen Plevneliev ​ເປັນ​ຂີດ​ໝາຍ​ສຳຄັນ, ສ້າງ​ກຳລັງ​ແຮງ​ໃໝ່​ໃຫ້ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່​ໄດ້​ສະ​ເໜີ​​ໃຫ້ 2 ຝ່າຍ​ເປີດ​ກວ້າງ​ການ​ພົວພັນ 2 ຝ່າຍ​​ລະຫວ່າງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ຖື​ການ​​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ເປັນ​ສຳຄັນ; ສະ​ເໜີ​ໃຫ້ 2 ລັດຖະບານ​ພ້ອມ​ກັນຕະຕຸກ​ຊຸກຍູ້ ​ແລະ ຫັນ​ການ​ປະຕິບັດ​ບັນດາ​ຂໍ້​ຕົງ​ລົງ​ເຊິ່ງ 2 ຝ່າຍ​ໄດ້​ຮັບ​ການລົງ​ນາມ​ເປັນ​ລະອຽດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຢືນຢັນ​ວ່າ ຢາມ​ໃດ​ຫວຽດນາມ​ກໍ່​ຖື​​ເປັນ​ສຳຄັນການ​ພົວພັນກັບ​ບັນດາປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ບຸນ​ກາຣີ.


ຊຸກຍູ້ການພົວພັນຮ່ວມມື ຫຼາຍດ້ານລະຫວ່າງ ຫວຽດນາມ - ບຸນກາຣີ - ảnh 2
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
​ຕ້ອນຮັບ​ ປະທານາທິບໍດີ​ ບຸນ​ກາຣີ
(ພາບ: VGP)


ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ​ ສ.ບຸນ​ກາຣີ Rosen Plevneliev ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ສະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາຢາກພ້ອມ​ກັບບຸນ​ກາຣີ ສືບ​ຕໍ່​ມານະ​ພະຍາຍາມ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ບຸນ​ກາຣີ ນັບ​ມື້​ນັບ​​ເລິກ​ເຊິ່ງ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ອະນາຄົດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​​ໃຫ້ 2 ຝ່າຍຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການ​ຄ້າ, ການ​ລົງທຶນຢ່າງ​ແຮງ​ກວ່າ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພະ​ລັງ​ງານ, ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ຢາ... ​

ທ່ານ​ປະທານາທິບ​ໍດີ Rosen Plevneliev ກໍ່​ຖືວ່າ 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກສາ ບຳລຸງ​ສ້າງ, ພົບ​ປະ​ແລກປ່ຽນ​ປະຊາຊົນ​ກວ່າ​ອີກ. ທ່ານ​ປະທານາ​ທິ​ບໍດີ Rosen Plevneliev ຢືນຢັນ​ວ່າ​ ຍາມ​ໃດບຸນ​ກາຣີ ກໍ່​ພ້ອມ​ແລ້ວ​ທີ່ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ຫວຽ​ດນາມ ຊຸກຍູ້, ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ EU ກໍ່​ຄື​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເປັນ​ປະຕູ​ເພື່ອ​ໃຫ້ຫວຽດນາມ ນຳສິນຄ້າ​​ເຂົ້າ​ຕະຫຼາດເອີ​ລົບ. ທ່ານ​ປະທານາທິບໍດີ ປາດ​ຖະໜາ​ວ່າ, ຫວຽດນາມ ສະໜັບສະໜູນ​ບຸນ​ກາຣີ ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ