ຊຸກຍູ້ການພົວພັນຮ່ວມມື ຮອບດ້ານລະຫວ່າງ ຫວຽດນາມ - ສ.ເກົາຫຼີ

ຊຸກຍູ້ການພົວພັນຮ່ວມມື ຮອບດ້ານລະຫວ່າງ ຫວຽດນາມ - ສ.ເກົາຫຼີ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ)

(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ​ສ.​ເກົາຫຼີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສ.​ເກົາຫຼີ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 19 – 23/01. ການ​ຢ້ຽມຢາມ​ສ.​ເກົາຫຼີ ຢ່າງ​ເປັນ​ທາງ​ການຂອງ​ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ມີ​ຄວາມ​ໝາຍ​ສຳຄັນ, ​ເປີດ​ສາກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ​ໃນ​ປີ 2014. ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ພວມ​ມີ​ບັນດາ​ບາດກ້າວ​ພັດທະນ​ໃໝ່​ໃນ​ທຸກ​ຂົງ​ເຂດ. ສ.​ເກົາຫຼີ ພວມ​ແມ່ນ​ນັກ​ລົງທຶນ​ຢືນ​ອັນ​ດັບ​ທີ 1 ຢູ່​ຫວຽດນາມ ດ້ວຍ​ຈຳນວນ​ໂຄງການ ​ແລະ ຢືນ​ອັນ​ດັບ​ທີ 3 ກ່ຽວ​ກັບ​ຈຳນວນ​ທຶນ (ດ້ວຍ 3.500 ​ໂຄງການ, ບັນລຸ​ເກືອບ 29 ຕື້ USD); ​ແມ່ນ​ປະ​ເທດ​ສະ​ໜອງ​ທຶນ ODA ​ໃຫຍ່​ອັນ​ດັບ 2 ດ້ວຍຈຳນວນ​ທຶນ​ 1,2 ຕື້ USD ​ໃນ​ໄລຍະ 2012 – 2015. ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ​ ​ແລະ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ນັບ​ມື້​ນັບ​ຟົດ​ຟື້ນ.

ຂ່າວ/ບົດ​ອື່ນ