ຊຸກຍູ້ການພົວພັນຮ່ວມມືຂອງແຂວງOkinawaກັບຫວຽດນາມ

ຊຸກຍູ້ການພົວພັນຮ່ວມມືຂອງແຂວງOkinawaກັບຫວຽດນາມ - ảnh 1
ການພົບປະລະຫວ່າງ 2 ຝ່າຍ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ເນື່ອງ​ໃນ​ໂອກາດ​ໄປ​ຢ້ຽມຢາມ​ແຂວງ Okinawa ​ແຕ່​ວັນ​ທີ 18 – 20/7 ຂອງ​ທ່ານ ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ທ່ານ Onaga Takeshi, ຜູ້​ວ່າການ​ລັດ Okinawa ຢັ້ງຢືນ​ວ່າ: ອຳນາ​ດການ​ປົກຄອງ ​ແລະ ວິ​ສາ​ຫະກິດ​ແຂວງ Okinawa ຖື​ເປັນ​ສຳຄັນ​ຊຸກຍູ້​ການ​ພົວພັນ​ຫຼາຍ​ດ້ານ​ກັບ ຫວຽດນາມ. ​ໃນ​ການ​​ໄປຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ເກື່ອງ ​ໄດ້ພົບ​ປະ​ກັບ​ການ​ນຳ​ແຂວງ, ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່​ປະຈຳ​ປີ​ຂອງ​ສະມາຄົມ​ມິດ​ຕະພາບ Okinawa - ຫວຽດນາມ, ມີການ​ໂອ້​ລົມ​ສົນທະນາ​ກັບຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ​ແລະ ຢ້ຽມຢາມ​ບາງ​ຮາກ​ຖານ​ເສດຖະກິດ​ທີ່​ດີ​ເດັ່ນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືຂອງ​ແຂວງ ກັບ ຫວຽດນາມ. ທ່ານຜູ້​ວ່າການ​ລັດ Onaga Takeshi ​ໄດ້​ແນະນຳ​ກັບ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ ຫງວຽນ​ກວກ​ເກື່ອງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ, ພ້ອມ​ທັງ​​ເນ​ັ້ນໜັກວ່າ​​ແຂວງ Okinawa ​ແມ່ນ​ປະຕູ​ຂອງ ຍີ່ປຸ່ນ ທີ່​ໄຂ​ອອກ​ສູ່​ພາກ​ພື້ນ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ Onaga ຕີ​ລາຄາ ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ໄມຕີ​ຈິດ, ​ມີ​ພື້ນຖານ​ເສດຖະກິດ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ, ​ມີ​ພື້ນຖານ​ວັດທະນະທຳ​ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ.



ຂ່າວ/ບົດ​ອື່ນ