ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອີຢູ ໃຫ້ເຂົ້າສູ່ລວງເລິກ

(VOVWORLD) -ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ພິເສດໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.
ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອີຢູ ໃຫ້ເຂົ້າສູ່ລວງເລິກ - ảnh 1ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: quochoi.vn)

ທີ່ການຕ້ອນຮັບທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ, ທີ່ພວມມີການຢ້ຽມຢາມ ຫວຽດນາມ, ຕອນເຊົ້າວັນທີ 5 ສິງຫາ, ທ່ານທາງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ພິເສດໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ເລື່ອງລົງນາມ, ໃຫ້ສັດຕະຍາບັນເອກະສານນິຕິກຳຫຼາຍສະບັບ ແລະ ບັນດານການຢ້ຽມຢາມຂອງການນຳສອງຝ່າຍໄດ້ດຳເນີນເປັນປະຈຳໃນ 6 ເດືອນຕົ້ນປີນີ້ໄດ້ສະແດງໃຫ້ເຫັນທີ່ຕັ້ງໄດ້ຮັບບຸລິມະສິດຂອງການພົວພັນສອງຝ່າຍໃນນະໂຍບາຍການຕ່າງປະເທດຂອງແຕ່ລະຝ່າຍ, ພ້ອມທັງສ້າງພື້ນຖານທີ່ນັບມື້ນັບເຂັ້ນແຂງ ແລະ ເປີດຫຼາຍກາລະໂອກາດໃນການພົວພັນລະຫວ່າງ ຫວຽດນາມ - EU.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແຈ້ງໃຫ້ທ່ານນາງຮອງປະທານ EU ຊາບວ່າ ຫຼັງຈາກທີ່ຮັບຮອງເອົາມະຕິກ່ຽວກັບເລື່ອງເຂົ້າຮ່ວມສົນທິສັນຍາ ສະບັບເລກທີ 98 ຂອງອົງການແຮງງານສາກົນ (ILO) ໃນເດືອນມິຖຸນາທີ່ຜ່ານມາ, ສະພາແຫ່ງຊາດ ຫວຽດນາມໄດ້ສົມທົບກັບ ລັດຖະບານຍູ້ໄວຄວາມຄືນໜ້າຂອງການພິຈາລະນາ, ຮັບຮອງເອົາສົນທິສັນຍາສະບັບເລກທີ 108 ແລະ 87 ຂອງ ILO, ກົດໝາຍວ່າດ້ວຍແຮງງານສະບັບປັບປຸງ. ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມໃນການປະຕິບັດບັນດາຄຳໝັ້ນສັນຍາກ່ຽວຂ້ອງເຖິງມາດຕະຖານແຮງງານທີ່ໄດ້ຊີ້ແຈ້ງໃນ EVFTA.

        ສ່ວນທານນາງ Federica Mogherini ໃຫ້ຮູ້ວ່າ: ການປະຕິບັດງານຢູ່ ຫວຽດນາມ ຄັ້ງທຳອິດຂອງທ່ານນາງໄດ້ຮັບຄວາມຫວັງວ່າຈະເຮັດໃຫ້ການພົວພັນລະຫວ່າງ EU - ຫວຽດນາມເລິກເຊິ່ງກ່ວາອີກ. ເຫັນດີກັບທັດສະນະຂອງທ່ານນາງ ຫງວຽນທິກິມເງິນ ກ່ຽວກັບການພົວພັນລະຫວ່າງສອງຝ່າຍໃນໄລຍະທີ່ຜ່ານມາ, ທ່ານນາງ Federica Mogherini ໃຫ້ຮູ້ວ່າ ສອງຝ່າຍໄດ້ພັດທະນາການພົວພັນຢ່າງເລິກເຊິ່ງກ້ວາງຂວາງ, ຫຼັກຖານເພື່ອຢັ້ງຢືນສິ່ງນີ້ ກໍ່ແມ່ນ ເລື່ອງ EU – ຫວຽດນາມ ໄດ້ລົງນາມໃນສົນທິສັນຍາຫຼາຍສະບັບ. ພິເສດ, ຫວຽດນາມ ແມ່ນປະເທດສະມາຊິກຂອງອາຊຽນ ທີ່ໄດ້ລົງນາມສົນທິສັນຍາຫຼາຍກວ່າໝູ່ ເມື່ອທຽບໃສ່ກັບບັນດາປະເທດໃນກຸ່ມ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອີຢູ ໃຫ້ເຂົ້າສູ່ລວງເລິກ - ảnh 2ການເຈລະຈາລະຫວ່າງສອງຝ່າຍ (ພາບ: baoquocte.vn )

        ໃນການເຈລະຈາໃນວັນດຽວກັນ ລະຫວ່າງ ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ແລະ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການພົບປະຂັ້ນສູງໃນໄລຍະທີ່ຜ່ານມາ ກໍຄືການຜັນຂະຫຍາຍປະຕິບັດການພົວພັນຮ່ວມມື ຫວຽດນາມ - ອີຢູ ຢ່າງມີປະສິດທິຜົນໃນຫຼາຍຂົງເຂດຄືການເມືອງ, ການປ້ອງກັນຊາດ, ເສດຖະກິດ-ການຄ້າ, ການຮ່ວມມືເພື່ອພັດທະນາ, ພິເສດ ສອງຝ່າຍໄດ້ລົງນາມໃນສັນຍາ EVFTA  ແລະ IPA ໃນທ້າຍເດືອນມິຖຸນາທີ່ຜ່ານມາ.

        ການນໍາທັງສອງທ່່ານໄດ້ເຫັນດີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ທີ່ເທົ່າທຽມກັບທ່າແຮງບົ່ມຊ້ອນ ແລະ ຕອບສະໜອງຜົນປະໂຫຍດຂອງທັງສອງຝ່າຍໃຫ້ດີກວ່າອີກ. ສອງຝ່າຍຍັງແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການສົມທົບກັນໃນເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂະນະທີ່ຫວຽດນາມ ເປັນປະທານ ອາຊຽນ ໃນປີ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ ອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ