ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ເຢຍລະມັນ - ອາຊຽນ

(VOVWORLD) - ວັນທີ 25 ຕຸລາ, ທີ່ນະຄອນຫລວງ Berlin ປະເທດ ເຢຍລະມັນ, ຄະນະກຳມະການ ອາຊຽນ ປະຈຳ Berlin (BAC) ໄດ້ຈັດຕັ້ງວັນ ອາຊຽນ. 
ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ເຢຍລະມັນ - ອາຊຽນ - ảnh 1 (ພາບປະກອບ)

ກ່າວຄຳເຫັນທີ່ພິທີ, ທ່ານ ດ່ວານຊວນຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ, ປະທານຄະນະກຳມະການ ອາຊຽນ ປະຈຳ Berlin, ໄດ້ຫວນຄືນບັນດາຜົນງານຂອງ ອາຊຽນ ທີ່ບັນລຸໄດ້ໃນໄລຍະທາງແຫ່ງການພັດທະນາກ່ວາເຄິ່ງສະຕະວັດຜ່ານມາ, ນຳ ອາຊຽນ ກາຍເປັນປະຊາຄົມສາມັກຄີ, ໝັ້ນຄົງເຂັ້ມແຂງ, ຕິດພັນກັບບັນດາຂົງເຂດຢ່າງຮອບດ້ານ ແລະ ເລິກເຊິ່ງກ້ວາງຂວາງ, ມີທີ່ຕັ້ງນັບມື້ນັບເພີ່ມຂຶ້ນຢູ່ພາກພື້ນ ແລະ ໂລກ. ທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ ສະເໜີ ເຢຍລະມັນ ຈົ່ງຕັ້ງໜ້າພ້ອມກັບ ອີຢູ ສຳເລັດເລື່ອງໃຫ້ສັດຕະຍາບັນ ແລະ ລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ໂດຍໄວ ແລະ ຜັນຂະຫຍາຍສັນຍາການຄ້າເສລີ ສິງກະໂປ - ອີຢູ (EUSTA) ຢ່າງມີປະສິດທິຜົນ.

       ສິ້ນສຸດພິທີ, ບັນດາແຂກຖືກເຊີນໄດ້ຮັບປະທານອາຫານ ແລະ ຊອກຮູ້ວັດທະນະທຳອາຫານການກິນເປັນຫລາຍຮູບຫລາຍແບບ, ກໍ່ຄືບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງບັນດາປະເທດສະມາຊິກ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ