ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ພາຍ​ໃນ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

(VOVWORLD) - ທ່ານລັດຖະມົນຕີກະຊວງພາຍໃນປະເທດ ລາວ ຄຳໝັ້ນ ສູນວິເລີດ ມີຄວາມປາດຖະໜາຢາກສືບຕໍໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງພາຍໃນສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ພາຍ​ໃນ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ - ảnh 1

ມະຫາວິທະຍາໄລ ພາຍໃນ ຮ່າໂນ້ຍ (ຂຶ້ນກັບກະຊວງພາຍໃນຫວຽດນາມ) ແລະ ກົມຕີລາຄາ ແລະ ພັດທະນາລັດຖະກອນ (ຂຶ້ນກັບກະຊວງພາຍໃນລາວ)ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກ່ຽວກັບການສຶກສາ, ບຳລຸງສ້າງ ແລະ ຄົ້ນຄວ້າ (ພາບ: nhandan.com.vn)

ຕອນເຊົ້າວັນທີ 9 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລວິງເຕິນ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ລາວ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງພາຍໃນ ເລວິງເຕິນ ໄດ້ແນະນຳໝາກຜົນຂອງການປະຕິບັດໜ້າທີ່ວຽກງານຂອງ ກະຊວງພາຍໃນ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2019. ທ່ານລັດຖະມົນຕີກະຊວງພາຍໃນປະເທດ ເລວິງເຕິນ ກໍ່ໄດ້ເນັ້ນໜັກເຖິງ ໝາກຜົນການຮ່ວມມືລະຫວ່າງກະຊວງພາຍໃນຂອງສອງປະເທດ ຫວຽດນາມ - ລາວ ໃນຫຼາຍຂົງເຂດ, ພິເສດແມ່ນການພົວພັນສະໜິດຕິດພັນລະຫວ່າງບັນດາຫົວໜ່ວຍທີ່ຂຶ້ນກັບກະຊວງພາຍໃນຂອງສອງປະເທດໃນຊຸມປີມໍ່ໆມານີ້, ທ່ານລັດຖະມົນຕີກະຊວງພາຍໃນປະເທດ ລາວ ຄຳໝັ້ນ ສູນວິເລີດ ມີຄວາມປາດຖະໜາຢາກສືບຕໍໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງພາຍໃນສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ