ຊຸກຍູ້ການພົວພັນຮ່ວມມືແບບພິເສດຫວຽດນາມ - ລາວ ໃນທຸກຂົງເຂດ

ຊຸກຍູ້ການພົວພັນຮ່ວມມືແບບພິເສດຫວຽດນາມ - ລາວ ໃນທຸກຂົງເຂດ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
​ຕ້ອນຮັບ​ຮອງ​ນາຍົກລັດຖະມົນຕີລາວ
(ພາບ: chinhphu.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 28/8, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ກຳມະການ​ກົມ​ການ​ເມື​ອງ, ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳ​ລັດຖະບານ ສປປລາວ, ປະທານ​ອານຸກຳມະການ​ຮ່ວມ​ມື​ລາວ - ຫວຽດນາມ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ເຊິ່ງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ… ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ບັນລຸ​ຕົວ​ເລກ​ສູງ​ກວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຫວັງ​ວ່າ ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ, ສົມທົບ​ກັນ​ໃນການ​ເຄື່ອນ​ໄຫວ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ບົນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ທ່ານຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽ​ດນາມ ​ແລະ ຢືນຢັນ​ວ່າ ລາວ​ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່​ອສືບ​ຕໍ່​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​​ສາຍ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ