ຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມກັບMalta

ຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມກັບMalta - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) –​ ​ຫວ່າງ​ແລ້ວນີ້, ຢູ່​ນະ​ຄອນ Valetta, ນະ​ຄອນ​ຫຼວງ Malta, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຕາ​ລີ ທັງຮັບ​ຜິດ​ຊອບ​ວຽກ​ງານ​ການ​ທູດ​ຢູ່ Malta ກາວ​ຈິ໋ງ​ທ້ຽນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ Malta, Angelo Farrugia. ທ່ານ​ປະ​ທານ​ສະ​ພາ​ຕ່ຳ Angelo Farrugia ໄດ້​ຍົກ​ອອກ​ບັນ​ດາ​ຂົງ​ເຂດ​ເຊິ່ງ Malta ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຮ່ວມ​ມື​ກັບ​ຫວຽດ​ນາມ ຄື: ກໍ່​ສ້າງ​ພາ​ສາ​ອັງ​ກິດ, ​ກໍ່​ສ້າງ​ບັນ​ດາ​ນັກ​ຊ່ຽວ​ຊານຂະ​ແໜງ​ກົດ​ໝາຍທະ​ເລ, ການ​ທູດ, ​ການຄຸ້ມ​ຄອງ​ທ່າ​ກ່ຳ​ປັ່ນ… ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາວ​ຈິ໋ງ​ທ້ຽນ ສະ​ເໜີ​ໃຫ້ 2 ຝ່າຍ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ