ຊຸກ​​ຍູ້​ການ​ສົ່ງ​ອອກ​ໄປ​ຍັງ​ຍີ່​ປຸ່ນ

(VOVWORLD) - ຕອນເຊົ້າວັນທີ 30 ມິຖຸນາ, ກົມສົ່ງເສີມການຄ້າສົມທົບກັບກັບຕະຫຼາດອາຊີ - ອາຟຼິກກາ, ຫ້ອງການການຄ້າຫວຽດນາມປະຈຳຍີ່ປຸ່ນ ແລະ ກົມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວອາຊຽນ, ຍີ່ປຸ່ນ (AJC) ໄດ້ຈັດຕັ້ງກອງປະຊຸມພົວພັນແລກປ່ຽນການຄ້າເຄື່ອງໃຊ້ສອຍລະຫວ່າງ ຫວຽດນາມ - ຍີ່ປຸ່ນທາງອອນລາຍ. 
ຊຸກ​​ຍູ້​ການ​ສົ່ງ​ອອກ​ໄປ​ຍັງ​ຍີ່​ປຸ່ນ - ảnh 1ພາບປະກອບ: ໜັງສືພິມການເງິນ

ມີວິສາຫະກິດຫວຽດນາມ ເກືອບ 40ແຫ່ງ ແລະ ອົງການ, ວິສາຫະກິດນຳເຂົ້າຍີ່ປຸ່ນ 55 ແຫ່ງ ທີ່ໄດ້ຈົດທະບຽນເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາວິສາຫະກິດຫວຽດນາມຈະໂຄສະນາ, ແນະນຳຂາຍຜະລິດຕະພັນໄປຍັງບັນດານັກຈຳໜ່າຍ, ນັກນຳເຂົ້າຂອງຍີ່ປຸ່ນ.

ຜ່ານກອງປະຊຸມພົວພັນແລກປ່ຽນການຄ້ານີ້, ວິສາຫະກິດຫວຽດນາມ ແລະ ບັນດານັກນຳເຂົ້າຍີ່ປຸ່ນຈະເຂົ້າໃຈຢ່າງຈະແຈ້ງກ່ວາກ່ຽວກັບຄວາມຕ້ອງການ ແລະ ກຳລັງ ຄວາມສາມາດຂອງກັນ, ມຸ່ງໄປສູ່ຂໍ້ຕົກລົງບັນດາກາລະໂອກາດຮ່ວມມືສົ່ງເສີມການຄ້າເພື່ອຜົນປະໂຫຍດຂອງວິສາຫະກິດທັງສອງຝ່າຍ, ປະກອບສ່ວນເຂົ້າໃນການໜູນຊ່ວຍວິສາຫະກິດຜ່ານຜ່າໂລກລະບາດຢ່າງປອດໄພ, ກຽມພ້ອມກຳລັງຮັບມືກັບບັນດາການຜັນປ່ຽນດ້ານການຄ້າ, ການຕະຫຼາດພາຍຫຼັງໂລກລະບາດ ສິ້ນສຸດລົງ ໂດຍໄວ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. 

ຕອບກັບ

ຂ່າວ/ບົດ​ອື່ນ