ຊຸກຍູ້ການຫັນເປັນ​ດີ​ຈີ​ຕອນການຄົ້ນຫາຕົ້ນກຳ​ເນີດຂອງຜະລິດຕະພັນກະເສດ, ສະບຽບອາຫານ

(VOVWORLD) - ຜະລິດຕະພັນກະເສດ ຫວຽດນາມ ມີໜ້າຢູ່ເກືອບ 200 ປະເທດ ແລະ ເຂດແຄ້ວນ, ນັບມື້ນັບຢັ້ງຢືນອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດໃນຕະຫຼາດຜະລິດຕະພັນກະເສດສາກົນ
ຊຸກຍູ້ການຫັນເປັນ​ດີ​ຈີ​ຕອນການຄົ້ນຫາຕົ້ນກຳ​ເນີດຂອງຜະລິດຕະພັນກະເສດ, ສະບຽບອາຫານ - ảnh 1ທ່ານ ຫງວຽນງອັກແທກ, ບັນນາທິການໃຫຍ່ໜັງສືພິມກະສິກຳ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:nongnghiep.vn)

ຕອນເຊົ້າວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດເວທີປາໄສທາງໄກ ດ້ວຍຫົວຂໍ້ “ຊຸກຍູ້ການຫັນເປັນດີຈີຕອນໃນການຄົ້ນຫາຕົ້ນກຳຂອງຜະລິດຕະພັນກະເສດ, ສະບຽງອາຫານ”. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບກົນໄກ, ນະໂຍບາຍໜູນຊ່ວຍຫຼ້າສຸດຂອງລັດຖະບານກ່ຽວກັບຂໍ້ກຳນົດການຄົ້ນຫາຕົ້ນກຳເນີດ, ລະຫັດເຂດປູກ, ລະຫັດການຫຸ້ມຫໍ່ໃນການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະເສດ. ທ່ານ ຫງວຽນງອັກແທກ, ບັນນາທິການໃຫຍ່ໜັງສືພິມກະສິກຳ ຫວຽດນາມ, ໃຫ້ຮູ້ວ່າ: ຜະລິດຕະພັນກະເສດ ຫວຽດນາມ ໄດ້ປະກົດມີຢູ່ເກືອບ 200 ປະເທດ ແລະ ເຂດແຄ້ວນ, ນັບມື້ນັບຢັ້ງຢືນອິດທິພົນຊື່ສຽງ ແລະ ທີ່ຕັ້ງໃນຕະຫຼາດຜະລິດຕະພັນກະເສດສາກົນ. ຮັບປະກັນຄຸນນະພາບ, ຫຼັກອະນາໄມດ້ານສະບຽງອາຫານ ແລະ ຄວາມໂປງໃສກ່ຽວກັບຕົ້ນກຳເນີດບໍ່ພຽງແຕ່ຮັບໃຊ້ການສົ່ງອອກເທົ່ານັ້ນ ຫາກຍັງປົກປັກຮັກສາສຸຂະພາບຂອງປະຊາຊົນ ຫວຽດນາມ 100 ລ້ານຄົນ ອີກດ້ວຍ:

        “ການຄົ້ນຫາຕົ້ນກຳເນີດຂອງສະບຽງອາຫານແມ່ນການຕິດຕາມ, ຢັ້ງຢືນຜະລິດຜ່ານຂັ້ນຕອນຕ່າງໆຂອງວິວັດການຜະລິດ, ດຳເນີນທຸລະກິດ. ການຄົ້ນຫາຕົ້ນກຳເນີດຜະລິດຕະພັນກະເສດ, ສະບຽບອາຫານ ໄດ້ລະບຸຢ່າງຈະແຈ້ງທີ່ບັນດາມາດຕາຂອງກົດໝາຍ ຫວຽດນາມ. ການຮັບປະກັນຄຸນນະພາບຄວາມປອດໄພດ້ານສະບຽງອາຫານ ແລະ ຄວາມໂປ່ງໃສກ່ຽວກັບຕົ້ນກຳເນີດສະບຽງອາຫານ ໃຫ້ແກ່ຜູ້ບໍລິໂພກ ແມ່ນວຽກງານຂອງທັງປະຊາຄົມພ້ອມກັນຮ່ວມແຮງຮ່ວມໃຈເພື່ອແນໃສ່ປ່ຽນແປງຈິນຕະນາການໃນການຜະລິດ, ໃນນັ້ນວຽກງານຫັນເປັນດີຈີຕອນນຳໃຊ້ວິທະຍາສາດ ເຕັກໂນໂລຊີສວມບົດບາດສຳຄັນ”.

ຕອບກັບ

ຂ່າວ/ບົດ​ອື່ນ