ຊຸກຍູ້ການຮ່ວມມື, ມິດຕະພາບປະຊາຊົນ ຫວຽດນາມ-ອາເມລິກາ

(VOVWORLD) - ຄະນະມາຢ້ຽມຢາມ ຫວຽດນາມ ແມ່ນແຕ່ວັນທີ 25/11- 10/12 ດ້ວຍເປົ້າໝາຍຊອກຮູ້ສະພາບການ, ປະຫວັດສາດ, ປະຊາຊົນ ຫວຽດນາມ...

ວັນທີ 27 ພະຈິກ, ທ່ານ ຫງວຽນເຕີມຈ໊ຽນ, ປະທານສະມາຄົມ ຫວຽດນາມ - ອາເມລິກາ ໄດ້ຕ້ອນຮັບຄະນະ "ໂຄງການສອງຝ່າຍ” (2SP) ໂດຍທ່ານນາງ Margot C.Delogne, ຜູ້ອຳນວຍການບໍລິຫານ 2SP ທັງເປັນຜູ້ລິເລີ່ມໂຄງການ ເປັນຫົວໜ້າຄະນະ. ຄະນະຜູ້ແທນ 2SP ລວມມີ 7 ຄົນເຊິ່ງເປັນລູກຂອງບັນດາທະຫານ ອາເມລິກາ ທີ່ເສຍຊີວິດ ແລະ ຫາຍສາບສູນໃນປາງສົງຄາມຂອງ ອາເມລິກາ ຢູ່ ຫວຽດນາມ. ຄະນະມາຢ້ຽມຢາມ ຫວຽດນາມ ແມ່ນແຕ່ວັນທີ 25/11- 10/12 ດ້ວຍເປົ້າໝາຍຊອກຮູ້ສະພາບການ, ປະຫວັດສາດ, ປະຊາຊົນ ຫວຽດນາມ, ຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ຢ້ຽມຢາມສະໜາມຮົບເກົ່າເຊິ່ງເປັນບ່ອນທີ່ຍາດຕິພີ່ນ້ອງຂອງເຂົາເຈົ້າເຂົ້າຮ່ວມການສູ້ຮົບ ແລະ ເສຍຊີວິດ; ພົບປະແລກປ່ຽນແຮກສ່ຽວກັບລູກຫຼານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າ ຫວຽດນາມ. ຄະນະມາຢ້ຽມຢາມ ຫວຽດນາມ ດ້ວຍນ້ຳໃຈສັນຕິພາບ, ສາມັກຄີ, ມິດຕະພາບ, ປອງດອງ, ມຸ່ງໄປເຖິງອະນາຄົດ, ຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ