ຊຸກຍູ້ການຮ່ວມມື ຫວຽດນາມ ແລະ ມົງໂກນ

(VOVWORLD) - ຕອນບ່າຍ ວັນທີ 16 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານ ພົນໂທ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດເປັນຫົວໜ້າຄະນະ 

ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ແລະ ພາຍໃນມົງໂກນ ໂດຍທ່ານ Tsend Nyamdorj, ລັດຖະມົນຕີ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຊຸກຍູ້ການຮ່ວມມື ຫວຽດນາມ ແລະ ມົງໂກນ - ảnh 1 ທ່ານ ພົນໂທ ໂຕເລິມ ແລະ ທ່ານ Tsend Nyamdorj (ພາບ: TTXVN)

        ທີ່ການພົບປະເຈລະຈາ, 2 ຝ່າຍປາຖະໜາຢາກສືບຕໍ່ປັບປຸງ ແລະ ຊຸກຍູ້ການຮ່ວມມືແທດຈິງຢ່າງມີປະສິດທິຜົນ; ສືບຕໍ່ຄົ້ນຄວ້າເລື່ອງສ້າງຕັ້ງບັນດາກົນໄກການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຊຸກຍູ້ການສ້າງກົນໄກ ການສົມທົບໃນວຽກງານຮັບປະກັນຄວາມປອດໄພ ໃຫ້ແກ່ບັນດາຄະນະຜູ້ແທນຂັ້ນສູງ ໃນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ແລະ  ອົງການຕາງໜ້າການທູດ, ພະລາກອນທີ່ເຮັດວຽກງານການທູດ, ພົນລະເມືອງ  ແລະ ບັນດາ ຜົນປະໂຫຍດອັນຊອບທຳ ຢູ່ແຕ່ລະປະເທດ. ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນຮ່ວມມືຕາມບັນດາລະບອບຫຼາຍຝ່າຍ ແລະ ທັງສອງປະເທດ ລ້ວນແຕ່ເປັນສະມາຊິກ; ສອງຝ່າຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນຄະນະ, ຮ່ວມມືກັນບຳລຸງສ້າງ, ແລກປ່ຽນບົດຮຽນໃນຂົງເຂດປ້ອງກັນ, ຕ້ານ ອາດຊະຍາກຳ ເພືຶອແນໃສ່ເພີ່ມທະວີຄວາມເຂົ້າໃຈ: ຊຸກຍູ້ວຽກງານເສນາທິການໃຫ້ການນຳສອງປະເທດ ກ່ຽວກັບດ້ານການເມືອງ ແລະ ການລົງທຶນ, ເສດຖະກິດ…

ພາຍຫຼັງການພົບປະເຈລະຈາ ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານ ລັດຖະມົນຕີ Tsend Nyamdorj ໄດ້ລົງນາມໃນສັນຍາ ກ່ຽວກັບການມອບ ສົ່ງຕົວຜູ້ທີ່ຖືກຕັດສິນຈຳຄຸກ ລະຫວ່າງ ສສ ຫວຽດນາມ ແລະ ມົງໂກນ.

ຕອບກັບ

ຂ່າວ/ບົດ​ອື່ນ