ຊຸກຍູ້ການຮ່ວມມື ຮອບດ້ານລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ

ຊຸກຍູ້ການຮ່ວມມື ຮອບດ້ານລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung
ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ​ ຢາ​ທໍ່​ຕູ້
( ພາບ nguyensinhhung.net )


( vovworld ) –   ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 1 ວັນ, ຕອນ​ບ່າຍ​ວັນ​ທີ 23/4, ກອງ​ປະຊຸມ “ ການ​ພົວພັນ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ​ຫວຽດນາມ - ລາວ, ຄວາມ​ສາມັກຄີ​ - ມິດຕະພາບ ” ​​ເຊິ່ງດຳ​ເນີນ​ຢູ່​ແຂວງ Son La ​ໃນ​ເຂດພູດ​ອຍ, ທາງ​ພາກ​ເໜືອ​ຫວຽດນາມ ໄດ້​ອັດ​ລົງ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ ​ແລະ ລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ ພ້ອມ​ທັງ​ຮັບຮອງ​ເອົາ​ແຈ້ງ​ການ​ຮ່ວມ​ໂດຍ​ຢັ້ງຢືນ​ຈະ​ສືບຕໍ່​ປັບປຸງ ​ແລະ ຊຸກຍູ້​ການພົວພັນ​ຮ່ວມມື​ຮອບດ້ານລະຫວ່າງ​ຫວຽດນາມ - ລາວ ​ໃນ​​ໄລຍະ​ຈະ​ມາ​ເຖິງ.

        ທີ່​ວາລະ​ອັດ​ກອງ​ປະຊຸມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ​ ຢາ​ທໍ່​ຕູ້ ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ກອງ​ປະຊຸ​ມຄັ້ງ​ນີ້,​ ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ທົບ​ທວນຄືນ​ສາຍ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລາວ - ຫວຽດນາມ. ຕາມ​ທ່ານ​ນາງ ປານີ​ ຢາ​ທໍ່​ຕູ້ ​ໃນ​ເງື່ອນ​​ໄຂ​ໂລກ​ພວມ​ມີ​ການ​ຜັນ​ແປ່​ສັບສົນ​ຫຼາຍ​ຢ່າງຄື​ປະຈຸ​ບັນ, ສອງ​ຝ່າຍ​ຄວນ​ຕັ້ງໜ້າ​ເພີ່ມ​ທະວີ​ການ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກວ່າກ່ຽວ​ກັບ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຫາ​ຍາກ​ລະຫວ່າງ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ອັດ​ກ​ອງປະຊຸ​ມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຢັ້ງຢືນ​ວ່າ.

ຊຸກຍູ້ການຮ່ວມມື ຮອບດ້ານລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ - ảnh 2
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ກ່າວຄຳເຫັນ​ທີ່ກອງປະຊຸມ
( ພາບ nguyensinhhung.net )

“ ພວກ​ເຮົາ​ເຊື້ອ​ໝັ້ນ​ຢ່າງ​ແນ່ວ​ແນ່ວ່າ​ ໝາກຜົນ​ຂອງ​ກ​ອ​ງປະຊຸມຈະ​ປະກອບສ່ວນ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ, ຄຸນ​ນະພາ​ບການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ. ພັກ, ລັດ​ຫວຽດນາມ ຍາມ​ໃດ​ກໍ່​ປະຕິບັດຕາມ​ຄຳ​ສັ່ງສອນ​ຂອງ​ປະທານ ​ໂຮ່ຈິ​ມິນ, ໝັ້ນ​ໝາຍ​ຈະຮັກສາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ຄື​ດັ່ງ​ຮັກສາ​ແກ່ນ​ຕາ​ຂອງ​ຕົນ​ເອງ. ພວກ​ຂ້າພະ​​ເຈົ້າ​ຕັດສິນ​ໃຈ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ພັດທະນາ​ສາຍ​ພົວພັນ​ນັ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ບົນພື້ນຖານ​ເຄົາລົບ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ອະທິປະ​ໄຕ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ອອກ​ແຮງ​ປ່ຽນ​ໃໝ່​ເນື້ອ​ໃນ, ຮູບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື. ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ລາວ ​ແມ່ນ​ພາກສ່ວນ​ທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ດັ່ງ​ນັ້ນ​ສອງ​ຝ່າຍ​ຕັ້ງໜ້າ​ປະຕິບັດ​ບັນດາ​ທິດ​ທາງ​ໃນ​ແຈ້ງ​ການ​ຮ່ວມ​ເຊິ່ງກອງ​ປະຊຸມ​ໄດ້​ວາງ​ອອກ, ປະກອບ​ສ່ວນ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ”.


ຂ່າວ/ບົດ​ອື່ນ