ຊຸກຍູ້ການຮ່ວມມືຄວາມໝັ້ນຄົງຢູ່ທະເລຕະເວັນອອກ

(VOVWORLD) -ວັນທີ 4 ທັນວາ ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມສຳມະນາສາກົນ ກ່ຽວກັບ “ການຊຸກຍູ້ການຮ່ວມມືຄວາມໝັ້ນຄົງຢູ່ທະເລຕາເວັນອອກ” ໂດຍ ວິທະຍາຄານການທູດຫວຽດນາມ, ສະຖານທູດ ອັງກິດ, ສະຖານທູດ ອົດສະຕາລີ ປະຈຳຫວຽດນາມ ຮ່ວມຈັດຕັ້ງ ໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍສາກົນ ແລະ ພາກພື້ນ.
ຊຸກຍູ້ການຮ່ວມມືຄວາມໝັ້ນຄົງຢູ່ທະເລຕະເວັນອອກ - ảnh 1ບັນດາຜູ້ແທນປຶກສາຫາລືທີ່ກອງປະຊຸມສຳມະນາ 

ເນື້ອໃນຕົ້ນຕໍຂອງກອງປະຊຸມສຳມະນາ ແມ່ນ: ບົດຮຽນພາກພື້ນ ແລະ ສາກົນກ່ຽວກັບການແບ່ງກຳນົດທະເລ ແລະ ການແກ້ໄຂຄວາມຂັດແຍ້ງຢູ່ທະເລ, ດ້ານນິຕິທຳໃນການເຄື່ອນໄຫວ ແລະ ຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ.  ປອ ຟ້າມລານຢູງ, ຮອງຫົວຫນ້າວິທະຍາຄານການທູດ ໃຫ້ຮູ້ວ່າ: ທະເລຕາເວັນອອກ ສວມບົດບາດສຳຄັນສຳລັບການພັດທະນາເສດຖະກິດ, ຄວາມໝັ້ນຄົງພາກພື້ນ ແລະ ໃນທົ່ວໂລກ, ແມ່ນເຂດທະເລມີສາຍທາງພົວພັ

ນແລກປ່ຽນການຄ້າຫນາແຫນ້ນທີ່ສຸດໃນໂລກ. ການຜັນແປມໍ່ໆມານີ້ຢູ່ ທະເລຕາເວັນອອກ ໄດ້ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍທະເລ ແຕ່ກໍ່ວາງອອກບັນດາຄວາມສ່ຽງສຳລັບຄວາມໝັ້ນຄົງພາກພື້ນ, ໃນສະພາວະມີບາງປະເທດພວມຊອກຫາວິທີປ່ຽນແປງໃຫ້ຫລາຍກວ່າການຮັກສາຄວາມເປັນລະບຽບຮຽບຮ້ອຍຄືປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ