ຊຸກ​ຍູ້​ການ​ຮ່ວມ​ມື,ຍົກ​ການ​ພົວ​ພ​ັນ​ຫວຽດ​ນາມ-ອິນ​ເດຍ​ຂື້ນ​ສູ່​ລະ​ດັບ​ສູງ​ໃໝ່

ຊຸກ​ຍູ້​ການ​ຮ່ວມ​ມື,ຍົກ​ການ​ພົວ​ພ​ັນ​ຫວຽດ​ນາມ-ອິນ​ເດຍ​ຂື້ນ​ສູ່​ລະ​ດັບ​ສູງ​ໃໝ່ - ảnh 1
ທ່ານ ຮອງ​ສາດ​ສະ​ດາ​ຈານ ປອ ຫງວຽນ​ເທ໊ກີ່

(vovworld)- “ຫວຽດ​ນາມ-ອິນ​ເດຍ: ສະ​ພາບການ​ໃໝ່, ວິ​ໄສ​ທັດ​ໃໝ່” ແມ່ນ​ຫົວ​ຂໍ້ ​ຂອງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍ​າ​ສາດ​ສາ​ກົນ ໂດຍ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດໂຮ່​ຈີ​ມິນ ຈັດຕັ້ງ​ ໃນ​ຕອນເຊົ້າ​ ວັນ​ທີ 25/8, ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ ​ນອນ​ໃນ​​ຂອບ​ເຂດ ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ສົງ​ເສີມ​ການ​ເຄື່ອນ​ໄຫວ​ ສະ​ເຫຼີມ​ສະຫຼອງວັນ​ເອ​ກະ​ລາດ​ອິນເດຍ ແລະ ​ຂ່ຳ​ນັບ​ຮັບ​ຕ້ອນ ທ່ານ Narendra Modi ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ລັດອິນ​ເດຍ ​ມາ​ຢ້ຽມ​ຢາມ ​ຫວຽດ​ນາມ​ ໃນ​ຕົ້ນ​ເດືອນ 9 ຈະ​ມາ​ເຖິງ. ບັນ​ດາບົດຄວາມ​ເຫັນ ​ຂອງ​ ​ຜູ​້​ແທນ ຢືນ​ຢັນ​ວ່າ: ອິນ​ເດຍ ແລະ​ ຫວຽດ​ນາມ ມີແຫຼ່ງ​ປະ​ຫວັດ​ສາດ​ການ​ພົວ​ພັນ​ມາ​ແຕ່​ກ່ອນນີ້ກວ່າ ​ສອງ​ສັດ​ຕະ​ວັດ​. ບັນ​ດາ​ຜູ້​ແທນ​ຖື​ວ່າ:  ​ຄວນ​ສືບ​ຕໍ່​ຍົກ​​ລະ​ດັບ​ການ​ພົວ​ພັນຮ່ວມ​ມື ລະ​ຫວ່າງ ສອ​ງ​ປະ​ເທດ ​ຫວຽດ​ນາມ-ອິນ​ເດຍ ​ໃຫ້ພັດ​ທະ​ນາກວ່າ​ອີກ, ບໍ່​ພຽງ​ແຕ່​ດ້ານ​ການ​ເມືອງ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ​ເທົ່າ​ນັ້ນ​ຫາກນັບ​ທັງ​ດ້ານ​ເສດ​ຖະ​ກິດ ແລະ ບັນ​ດາ​ຂົງ​ເຂດ​ອື່ນ. ​ເພື່ອແນ​ໃສ່​ຜັນ​ຂະ​ຫຍາຍ ​ກຳ​ລັງ​ແຮງ​ຮອບ​ດ້ານ​ຂອງ​ກັນ. ​ເມື່ອໄຈ້​ແຍກ​ກ່ຽວ​ກັບ​ທີ່​ຕັ້ງ, ບົດ​ບາດ​ສຳ​ຄັນ ​ຂອງ​ອິນ​ເດຍ ຢູ່​ພາກ​ພື້ນ ​ອາ​ຊີ-ປາ​ຊີ​ຟິກ, ທ່ານ ຮອງ​ສາດ​ສະ​ດາ​ຈານ ປອ ຫງວຽນ​ເທ໊ກີ່, ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​​ກະ​ຈາຍ​ສຽງຫວຽດ​ນາມ, ເນັ້ນ​ໜັກວ່າ:

        “ອິນ​ເດຍ ແລະ ຫວຽດ​ນ​າມ ເປັນ​ຂົວ​ຕໍ່​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ສຳ​ລັບ​ຫວຽດ​ນາມ, ອິນ​ເດຍ​ ເປັນ​ຄູ່​ຮ່ວມ​ມືໄວ້​ເນື້ອ​ເຊື່ອ​ໃຈແຖວ​ໜ້າ​ ສາ​ມາດ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ກຳ​ລັງ​ພາຍ​ໃນ ແລະ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ຄວາມ​ສະ​ຫງົບ​ປອດ​ໄພ. ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ​ ໃນ​ອະ​ນາ​ຄົດ ​ແມ່ນຍັງ​ມີຫຼາຍ​ຢູ່ ເພາະ​ ​ ຫວຽດ​ນາມ ແລະ ອິນ​ເດຍ ​ນັບ​ມື້ນັບຮັບ​ຮູ້​ຢ່າງຈະ​ແຈ້ງ​ວ່າ: ສອງ​ປະ​ເທດ​ຍັງ​ມີ​ຜົນ​ປະ​ໂຫຍດ​ ​ຍຸດ​ທະ​ສາດ​ລວມຫຼາຍ​ຢ່າງ ​ໃນ​ການ​ຮັກ​ສາ​ ພາກ​ພື້ນອາ​ຊີ-ປາ​ຊີ​ຟິກ ໃຫ້​ມີສະ​ຖຽນ​ລະ​ພາບ, ​ສັນ​ຕິ​ພາບ, ​ພັດ​ທະ​ນາ ແລະ ​ກິດ​ຂວາງ​ຄວາມ​ຕັ້ງ​ໃຈ​ຮ້າຍ​ກາດ ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ທີ່​ພວມ​ຢາກ​ໃຊ້​ກຳ​ລັງ​ແຮງ ເພື່ອ​ລົບບົດ​ບ​າດ​ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ ແລະ ຄວາມ​ຍຸດ​ຕິ​ທຳ​ຂອງ​ສາ​ກົນ”.

ຂ່າວ/ບົດ​ອື່ນ