ຊຸກຍູ້ການຮ່ວມມືດ້ານ ປ້ອງກັນຊາດຫວຽດ ນາມ-ມາເລເຊຍ

ຊຸກຍູ້ການຮ່ວມມືດ້ານ ປ້ອງກັນຊາດຫວຽດ ນາມ-ມາເລເຊຍ - ảnh 1 

(ພາບ: phungquangthanh.net)

   (vovworld)-​​​​  ກ່າວ​ຄຳ​ເຫັນ​ທີ່​ການ​ພົບປະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ Hishammuddin Hussein, ຕອນ​ເຊົ້າວັນ​ທີ 1/11, ທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະ​ຂວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ຊົມ​ເຊີຍ​ທ່ານລັດຖະມົນຕີ​ Hishammuddin Hussein ມາ​ຢ້ຽມຢາມ​ຫວຽດນາມ ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ທ່ານລັດຖະມົນຕີ ຟຸ່ງກວາງ​ແທງ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນ​ຂັ້ນຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ຂັ້ນສູ​ງ ສ້າງ​ກົນ​ໄກ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນຊາ​ດຂັ້ນຮອງ​ລັດຖະມົນຕີ ​ເພື່ອ​ແນ​ໃສ່​ແລກປ່ຽນ​ທັດສະນະ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃນ​ຂອບ​ເຂດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດສອງ​ຝ່າຍ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

  ສ່ວນ​ທ່ານລັດຖະມົນຕີ​ Hishammuddin Hussein ຢືນ​ຢັນວ່າ: ມາ​ເລ​ເຊຍ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ, ​ແລກປ່ຽນບຸກຄະລາ​ກອນ, ແລກປ່ຽນ​ຂໍ້​ມູນ​ຂ່າວສານ….ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດ​ວກ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ, ວິ​ສາ​ຫະກິດ​ປ້ອງ​ກັນຊາ​ດສອງ​ປະ​ເທດ ສາມາດ​ພົບ​ປະ​ແລກປ່ຽນ​ບົ​ດຮຽນ ​ແລະ ຊອກຫາ​ກາລະ​ໂອກາດ​ຮ່ວມ​ມື…

 

ຂ່າວ/ບົດ​ອື່ນ