ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ - ສະຫະພັນລັດເຊຍ

ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ - ສະຫະພັນລັດເຊຍ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ ຫວູຮຸຍ​ຮ່ວາງ
ເຮັດ​ວຽກ​ກັບ​ຄະນະກຳມະການ​ເສດຖະກິດ​ອາຊີ -​ເອີ​ລົບ)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ. ​ໃນ 2 ມື​ຜ່ານ​ມາ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູຮຸຍ​ຮ່ວາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບລັດຖະມົນຕີ​ວ່າການ​ກະຊວງ​ອຸດສາ​ຫະກຳ​ການ​ຄ້າ​ລັດ​ເຊຍ ​ແລະ ລັດຖະມົນຕີວ່າການ​ກະຊວງ​ການ​ຄ້າ​ຄະນະກຳມະການ​ເສດຖະກິດ​ອາຊີ -​ເອີ​ລົບ.

    ວັນ​ທີ 23/11, ທີ່​ການ​ເຮັດ​ວຽກກັບ​ທ່ານ Anderey Slepnev, ລັດຖະມົນຕີວ່າການ​ກະຊວງ​ການ​ຄ້າ​ຄະນະກຳມະການ​ເສດຖະກິດ​ອາຊີ -​ ເອີ​ລົບ, ຫົວ​ໜ້າ​ຄະນະ​ເຈລະຈາ​ຝ່າຍ​ພັນທະ​ມິດ​ພາສີ​ລັດ​ເຊຍ - ​ເບ​ລາຣຸດ - ກາຣັກສຖານ, ​2 ຝ່າຍ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຂົງຂ້າງ ​ເພື່ອ​ແນ​ໃສ່​ສິ້ນ​ສຸດ​ການ​ເຈລະຈາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ມິດ​ພາສີ​ລັດ​ເຊຍ - ​ເບ​ລາຣຸດ - ກາຣັກສຖານ ​​ໂດຍພື້ນຖານ ​ໃນ​ທ້າຍ​ປີ 2014.

        ວັນ​ທີ 24/11, ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Denis Manturvo, ລັດຖະມົນຕີ​ວ່າການກະຊວງ​ອຸດສາຫະກຳ​ການ​ຄ້າ​ລັດ​ເຊຍ​, ລັດຖະມົນຕີ​ວ່າການ 2 ທ່ານ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງອຸດສາຫະກຳ​ການ​ຄ້າ​ລັດ​ເຊຍ ​ແລະ ກະຊວງອຸດສາຫະກຳ​ການ​ຄ້າ​ຫວຽດນາມ ກ່ຽວ​ກັບການ​ຮ່ວມ​ມື​ໃນ​​ຂົງ​ເຂດອຸດສາຫະກຳ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດອຸດ​ສະຫະ​ກຳ​ບຸລິມະສິດ. ລັດຖະມົນຕີ​ວ່າການ 2 ປະ​ທ່ານ​ກໍ່ໄດ້​ກວດກາ​ຄືນ 17 ​ໂຄງການ​ໃນ​ບັນຊີ​ລາຍຊື່ບັນດາ​ໂຄງການ​ບຸລິມະສິດລົງທຶນ, ສະ​ເໜີ​ບັນດາມາດ​ຕະການ​ແກ້​ໄຂບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ