ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ຫວຽດ​ນາມ - ລາວ

(VOVWORLD) -ຕອນເຊົ້າວັນທີ 29 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກະຊວງການສຶກສາທິການ ແລະ ກິລາ ລາວ ຈັດຕັ້ງເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງໃນການຮ່ວມມືການສຶກສາ ຫວຽດນາມ - ລາວ
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ຫວຽດ​ນາມ - ລາວ - ảnh 1ທ່ານ ຫງວຽນວັນຝຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນວັນຝຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສແມ່ນເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃນໄລຍະຜ່ານມາ, ຊອກຫາວິທີການຮ່ວມມືຢ່າງມີປະສິດທິຜົນກ່ວາອີກ ໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ ຢູ່ ຫວຽດນາມ ເວົ້າສະເພາະ ແລະ ການຮ່ວມມືໃນຂົງເຂດສຶກສາບຳລຸງສ້າງເວົ້າລວມ. ຜ່ານນັ້ນ, ບໍ່ພຽງແຕ່ຊ່ວຍເຫຼືອບັນດາຮາກຖານການສຶກສາສອງປະເທດ ກຳນົດວມາດຕະການ ແລະ ຫັນບັນດາການເຄື່ອນໄຫວເພື່ອຍົກສູງຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລ ເປັນລະອຽດ ເທົ່ານັ້ນ ຫາກຍັງຊ່ວຍບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ ແລະ ລາວ ເປັນເຈົ້າການໃນການດຶງດູດນັກສຶກສາອີກດ້ວຍ. ຢູ່ເວທີປາໄສມີ ບົດບັນທຶກ ແລະ ຂໍ້ຕົກລົງການຮ່ວມມື 24 ສະບັບ ລະຫວ່າງບັນດາອົງການຄຸ້ມຄອງການສຶກສາ, ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລ ຫວຽດນາມ ແລະ ລາວ ໄດ້ຮັບການແລກປ່ຽນ.

ແລະກໍ່ໃນຕອນເຊົ້າວັນທີ 29 ກັນຍາ, ງານວາງສະແດງການສຶກສາ ຫວຽດນາມ - ລາວ 2022, ງານວາງສະແດງມີ ຮ້ານວາງສະແດງ 38 ແຫ່ງ, ໄດ້ໄຂຂຶ້ນໃນນັ້ນມີຮ້ານວາງສະແດງຂອງ ຮາກຖານການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ 34 ແຫ່ງ, ແນະນຳບັນດາຫຼັກສຸດການບຳລຸງສ້າງ, ກາລະໂອກາດໄດ້ຮ່ຳຮຽນ ກໍ່ຄືບັນດາລາຍການຮັບທຶນການສຶກສາຂອງບັນດາໂຮງຮຽນ ຫວຽດນາມ, ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ