ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ​ ວິ​ທະ​ຍ​າ​ສາດ ລະຫວ່າງ​ທ​້ອງ​ຖິ່ນ​ຂອງ ສະ​ຫະ​ພັນ​ລັດ​ເຊຍ ແລະ ຫວຽດ​ນາມ

(VOVWORLD) -ທ່ານນາງ Elenna malkina ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ສຶກສາ ມະຫາວິທະຍາໄລເຂດ Kuzbass, ເນັ້ນໜັກວ່າ ເຫດການນີ້ຈະຊ່ວຍເຂົ້າໃຈຢ່າງລະອຽດ ກ່ຽວກັບການຈັດຕັ້ງ, ຊອກຫາຄວາມສົນໃຈ ລວມກ່ຽວກັບວິທະຍາສາດ ແລະ ກຳນົດບັນດາຂົງເຂດທີ່ໝັ້ນໝາຍວ່າຈະນຳເອົາຜົນປະໂຫຍດມາໃຫ້ແກ່ການຮ່ວມມືແຕ່ລະຝ່າຍ. 
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ​ ວິ​ທະ​ຍ​າ​ສາດ ລະຫວ່າງ​ທ​້ອງ​ຖິ່ນ​ຂອງ ສະ​ຫະ​ພັນ​ລັດ​ເຊຍ ແລະ ຫວຽດ​ນາມ - ảnh 1ພາບປະກອບ: AFP/TTXVN

ກອງປະຊຸມສຳມະນາໂຕະມົນທາງໄກ ລະຫວ່າງຜູ້ຕາງໜ້າບັນດາການຈັດຕັ້ງວິທະຍາສາດຂອງເຂດ Kuzbass ສະຫະພັນລັດເຊຍ ແລະ ຫວຽດນາມ ໄດ້ ຈັດຂຶ້ນ ໃນວັນທີ 26 ພຶດສະພາ ຢູ່ນະຄອນຫຼວງມົດສະກູ. ນີ້ແມ່ນເຫດການຂອງລັດເຊຍ ຈັດຕັ້ງໃນລາຍການ ປີແຫ່ງການຮ່ວມມືວິທະຍາສາດເຕັກນິກ ລັດເຊຍ- ຊາຊາດບັນດາປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ).

ທ່ານນາງ Elenna malkina ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ສຶກສາ ມະຫາວິທະຍາໄລເຂດ Kuzbass, ເນັ້ນໜັກວ່າ ເຫດການນີ້ຈະຊ່ວຍເຂົ້າໃຈຢ່າງລະອຽດ ກ່ຽວກັບການຈັດຕັ້ງ, ຊອກຫາຄວາມສົນໃຈ ລວມກ່ຽວກັບວິທະຍາສາດ ແລະ ກຳນົດບັນດາຂົງເຂດທີ່ໝັ້ນໝາຍວ່າຈະນຳເອົາຜົນປະໂຫຍດມາໃຫ້ແກ່ການຮ່ວມມືແຕ່ລະຝ່າຍ. ທ່ານນາງຮອງລັດຖະມົນຕີ ກໍ່ໃສ່ໃຈວ່າກະຊວງວິທະຍາສາດ ແລະ ສຶກສາ ເຂດ Kuzbass ຈະສະໜອງການຊ່ວຍເຫຼືອສິ່ງທີ່ຈຳເປັນໃຫ້ແກ່ການຮ່ວມມືທຸກຢ່າງ.

ຢູ່ໃນເຫດການນີ້ກໍ່ເປັນສັກຂີພະຍານໃນພິທີການຂໍ້ຕົກລົງຮ່ວມມືລະຫວ່າງສະຖາບັນປ່ຽນແປງໃໝ່ທາງດ້ານເຕັກໂນໂລຢີ ແລະ ບຳລຸງສ້າງສາກົນ ທີ່ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງວິທະຍາສາດ-ເຕັກນິກ ຫວຽດນາມ, ມະຫະວິທະຍາໄລເສດຖະກິດເຕັກນິກອຸດສາຫະກຳຂຶ້ນກັບກະຊວງອຸດສາຫະກຳ-ການຄ້າ ແລະ ມະຫາວິທະຍາໄລບໍ່ແຮ່ທໍລະນີ ກັບບັນດາມະຫາວິທະຍາໄລ ແລະ ສູນວິທະຍາສາດ ເຂດKuzbass.  

ຕອບກັບ

ຂ່າວ/ບົດ​ອື່ນ