ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ເງິນ ອາ​ຊຽນ + 3

(VOVWORLD) -ກອງປະຊຸມໄດ້ປຶກສາຫາລືສະພາບການເສດຖະກິດມະຫາພາກໃນພາກພື້ນ ແລະ ຄວາມຄືບໜ້າໃນການຜັນຂະຫຍາຍຂໍ້ລິເລີ່ມການຮ່ວມມືດ້ານການເງິນ.
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ເງິນ ອາ​ຊຽນ + 3 - ảnh 1ພາບປະກອບ: TTXVN

ໃນລະຫວ່າງວັນທີ 29 ມີນາ ຫາວັນທີ 30 ມີນາ, ກອງປະຊຸມຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ອາຊຽນ + 3 ໄດ້ຈັດຂຶ້ນຢູ່ ເກາະ Bali,ປະເທດອິນໂດເນເຊຍ ໃນຂອບເຂດການຮ່ວມມືດ້ານການເງິນ ອາຊຽນ + 3 (ລວມມີບັນດາປະເທດ ອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ).

ກອງປະຊຸມໄດ້ປຶກສາຫາລືສະພາບການເສດຖະກິດມະຫາພາກໃນພາກພື້ນ ແລະ ຄວາມຄືບໜ້າໃນການຜັນຂະຫຍາຍຂໍ້ລິເລີ່ມການຮ່ວມມືດ້ານການເງິນ. ກອງປະຊຸມໄດ້ອັບເດັດຄວາມຄືບໜ້າໃນການຜັນຂະຫຍາຍ 4 ການກຳນົດທິດຂໍ້ລິເລີ່ມໃຫຍ່ຂອງ ອາຊຽນ + 3, ມຸ່ງໄປເຖິງບັນດາເປົ້າໝາຍເພີ່ມທະວີແຫຼ່ງກຳລັງການເງິນໃຫ້ແກ່ພື້ນຖານໂຄງລ່າງ, ຍົກສູງການນຳໃຊ້ບັນດາເຄື່ອງມືປະຕິຮູບໂຄງປະກອບມະຫາພາກ, ປັບປຸງຄວາມໝັ້ນຄົງດ້ານການເງິນຕໍ່ໜ້າຄວາມສ່ຽງໄພທຳມະຊາດ ແລະ ເພີ່ມທະວີການຮ່ວມມືນະໂຍບາຍໃນບັນດາຂົງເຂດເຕັກໂນໂລຢີປ່ຽນແປງປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ