ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍຫວຽດນາມ - ອາເມລິກາ

(VOVWORLD) -ທ່ານພົນໂທ ຫງວຽນຈີວິ້ງ, ໄດ້ເນັ້ນໜັກເຖິງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາເຊິ່ງໄດ້ມີບັນດາບາດກ້າວພັດທະນາອັນດີງາມໃນຫຼາຍຂົງເຂດ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍຫວຽດນາມ - ອາເມລິກາ - ảnh 1  ທ່ານພົນໂທ ຫງວຽນຈີວິ້ງ ຕ້ອນຮັບທ່ານ Randall Schriver

(ພາບ: TTXVN)

ຕອນເຊົ້າວັນທີ 09 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Randall Schriver, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງມະຫາສະມຸດອິນເດຍ - ປາຊີຟິກ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີວິ້ງ, ໄດ້ເນັ້ນໜັກເຖິງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາເຊິ່ງໄດ້ມີບັນດາບາດກ້າວພັດທະນາອັນດີງາມໃນຫຼາຍຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ, ຮ່ວມມືບຳລຸງສ້າງ, ປະຕິບັດໂຄງການແກ້ໄຂຈຳກັດດີໂອຊິນຢູ່ສະໜາມບິນບຽນຮ່ວາ (ດົ່ງນາຍ)…. ສ່ວນທ່ານ Randall Schriver ໄດ້ຝາກຄຳຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper ປາດຖະໜາຢາກມາຢ້ຽມຢາມຫວຽດນາມ ໃນໄວໆນີ້ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ, ເໝາະສົມກັບການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ