ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສ​ະ​ຫະ​ພັນ ລັດ​ເຊຍ

(VOVWORLD) -  ຕອນບ່າຍວັນທີ 11 ມິຖຸນາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບທ່ານພົນເອກ Sergey Kuzhugetovich Shoygu, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ.
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສ​ະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ນະທີ່ນີ້, ສອງຝ່າຍຢັ້ງຢືນວ່າ ຍາມໃດກໍເຄົາລົບປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີການພົວພັນດ້ານປ້ອງກັນຊາດ, ພ້ອມແລ້ວທີ່ຈະພ້ອມກັນເພີ່ມພູນຄູນສ້າງ, ຮັກສາ ແລະ ພັດທະນາສາຍພົວພັນດັ່ງກ່າວ, ສືບຕໍ່ປະກອບສ່ວນເຂົ້າໃນການສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ.

        ສອງຝ່າຍເຫັນດີເປັນເອກະພາບ ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ເປັນຕົ້ນແມ່ນ: ການບຳລຸງສ້າງ; ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍ ໂດຍກະຊວງປ້ອງກັນປະເທດ ລັດເຊຍ ຈັດຕັ້ງ; ຄົ້ນຄວ້າວິທະຍາສາດໃນຂອບເຂດ ສູນເຂດຮ້ອນ ຫວຽດນາມ - ລັດເຊຍ; ການຮ່ວມມືລະຫວ່າງ ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ແລະ ກົມໃຫຍ່ການເມືອງ ກອງທັບບັນດາກຳລັງປະກອບອາວຸດ ສະຫະພັນ ລັດເຊຍ. 

ຕອບກັບ

ຂ່າວ/ບົດ​ອື່ນ