ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື

(VOVWORLD) - ວັນທີ 17 ພະຈິກ, ທີ່ ນະຄອນຫຼວງບາງກອກ, ປະເທດໄທ,  ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມບັນດາການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງ ບັນດາປະເທດສະມາຊິກອາຊຽນ (ASEAN) ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດຈີນ, ຍີ່ປຸ່ນ ແລະ ອາເມລິກາ.
ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື - ảnh 1ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະ ຍີ່ປຸ່ນ  (ພາບ: TTXVN)

        ທີ່ການພົບປະບໍ່ເປັນທາງການກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງ ບັນດາປະເທດສະມາຊິກອາຊຽນ (ASEAN), ທ່ານ ທາໂຣ ໂກໂນ ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢັ້ງຢືນວ່າ: ຍີປຸ່ນ ຈະສະໜັບສະໜູນ ບົດບາດໃຈກາງຂອງອາຊຽນ ໃນບັນດາກົນໄກຮ່ວມມືໃນພາກພື້ນ, ໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫຼືອອາຊຽນ ເພີ່ມທະວີກຳລັງແຮງ, ເປັນຕົ້ນແມ່ນກ່ຽວກັບດ້ານເຕັກໂນໂລຊີ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືບົນພື້ນຖານ “ວິໄສທັດ ວຽງຈັນ” ທີ່ໄດ້ຮັບການຍົກລະດັບ. ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ມີຄວາມຫວັງຢາກໃຫ້ ຍີ່ປຸ່ນ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ພາກພື້ນ.

        ທີ່ ການພົບປະບໍ່ເປັນທາງການ ລະຫວ່າງ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ASEAN), ທ່ານ ອວຍ ພິງເຄືອ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຢັ້ງຢືນວ່າ: ຈີນ ໄດ້ຖືເປັນສຳຄັນການຮ່ວມມືກັບ ອາຊຽນ. ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດສະມາຊິກອາຊຽນ (ASEAN) ຊົມເຊີຍຕໍ່ຄວາມຄືບໜ້າໃນການເຈລະຈາ ກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC) ທີ່ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ.

         ທີ່ ການພົບປະບໍ່ເປັນທາງການ ລະຫວ່າງ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ASEAN), ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢັ້ງຢືນຄືນເຖິງຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບ ມະຫາສະໝຸດອິນເດຍ - ມະຫາສະໝຸດປາຊີຟິກ ແຫ່ງເສລີພາບ ແລະ ເປີດກວ້າງ, ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ອະທິປະໄຕຂອງແຕ່ລະປະເທດ ເຖິງວ່າຈະໃຫ່ຍຫຼືນ້ອຍ ແລະ ເຄົາລົບລະບຽບກົດໝາຍສາກົນ. ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ໄດ້ຊົມເຊີຍການທີ່ອາເມລິກາເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກຮ່ວມມື ໂດຍອາຊຽນຊັກຈູງ, ພິເສດແມ່ນ ADMM+.

        ກໍ່ໃນວັນດຽວກັນ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ສືບຕໍ່ພົບປະສອງຝ່າຍກັບ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ, ບຣູໄນ, ນິວຊີແລນ ແລະ ສ. ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ