ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ມາເລເຊຍ

(VOVWORLD) - 2 ປະເທດໄດ້ຖືການຮ່ວມມືດ້ານການທະຫານ, ປ້ອງກັນຊາດ 2 ຝ່າຍເປັນສຳຄັນ, ຊຸກຍູ້, ບັນລຸໝາກຜົນທີ່ແທດຈິງ, ພົ້ນເດັ່ນໃນຫຼາຍຂົງເຂດ.
ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ມາເລເຊຍ - ảnh 1ທີ່ການໂອ້ລົມເຈລະຈາ
(ພາບ: dangcongsan.vn)

        ຕອນເຊົ້າວັນທີ 14 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ຫງວຽນເຕີນເກືອງ, ໄດ້ເປັນປະທານພິທີຕ້ອງຮັບຢ່າງເປັນທາງການທ່ານ Tan Sri Datuk Seri Mohammad bin Ab Rahman, ຜູ້ບັນຊາການກຳລັງປ້ອງກັນປະເທດມາເລເຊຍ, ພ້ອມກັບສະມາຊິກໃນຄະນະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 13 – 16 ສິງຫາ.

        ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການໂອ້ລົມເຈລະຈາ. ທີ່ການໂອ້ລົມເຈລະຈາ, ທ່ານຫົວໜ້າເສນາທິການໃຫຍ່ ຫງວຽນເຕີນເກືອງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ບົນພື້ນຖານບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານ 2 ປະເທດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນເດືອນ ທັນວາ 2023 ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ນັ້ນ, 2 ປະເທດໄດ້ຖືການຮ່ວມມືດ້ານການທະຫານ, ປ້ອງກັນຊາດ 2 ຝ່າຍເປັນສຳຄັນ, ຊຸກຍູ້, ບັນລຸໝາກຜົນທີ່ແທດຈິງ, ພົ້ນເດັ່ນໃນຫຼາຍຂົງເຂດ.

        ສ່ວນທ່ານ Tan Sri Datuk Seri Mohammad bin Ab Rahman, ຢືນຢັນວ່າ, ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ 2 ຝ່າຍແບ່ງປັນບັນດາທັດສະນະລວມ ແນໃສ່ເພີ່ມທະວີການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ, ໂດຍສະເພາະແມ່ນຄວາມໝັ້ນຄົງແບບໃໝ່. ທ່ານຖືວ່າ, ບັນດາປະເທດຍິ່ງຕ້ອງມີການຮ່ວມແຮງຮ່ວມໃຈຮ່ວມມືກັນໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ