ຊຸກ​ຍູ​້​ການ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຊາດ​ ອາ​ຊຽນ ໃນ​ກົນ​ໄກ ອາ​ຊຽນ ເປີດກວ້າງ

(VOVWORLD) - ກອງປະຊຸມອອນລາຍ ກຸ່ມປະຕິບັດງານເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກວ້າງ (ADSOM+ WG), ຖືກດຳເນີນໃນຕອນເຊົ້າວັນທີ 18 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານພົນຕີ ຫວູຈ໊ຽນທັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ຫົວໜ້າກຸ່ມປະຕິບັດງານເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ ຫວຽດນາມ.
ຊຸກ​ຍູ​້​ການ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຊາດ​ ອາ​ຊຽນ ໃນ​ກົນ​ໄກ ອາ​ຊຽນ ເປີດກວ້າງ - ảnh 1ທ່ານພົນຕີ ຫວູຈ໊ຽນທັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານກອງປະຊຸມ (ພາບ: qdnd.vn) 

ກົນໄກຮ່ວມມືດ້ານປ້ອງກັນຊາດ ອາຊຽນ ເປີດກວ້າງ ລວມມີ 10 ປະເທດສະມາຊິກ ອາຊຽນ ແລະ 8 ປະເທດ ຄູ່ຮ່ວມມື ເຊິ່ງລວມມີ: ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ອິນເດຍ.  ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດກໍໄດ້ປຶກສາຫາລືຢ່າງລະອຽດ ແລະ ເຫັນດີເປັນເອກະພາບກ່ຽວກັບເນື້ອໃນເອກະສານສະບັບຕ່າງໆ ເປັນຕົ້ນແມ່ນ ຖະແຫຼງການຮ່ວມຮ່າໂນ້ຍ ກ່ຽວກັບກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດເປີດກວ້າງ ADMM+ ຄັ້ງທີ 7 ເຊິ່ງຄາດວ່າຈະດຳເນີນໃນເດືອນທັນວາ ຈະມາເຖິງ. ພ້ອມກັນນັ້ນ, ຜູ້ຕາງໜ້າບັນດາປະເທດເປີດກວ້າງຄື ອາເມລິກາ, ຈີນ, ລັດເຊຍ ສືບຕໍ່ຕີລາຄາສູງບົດບາດເປັນໃຈກາງຂອງ ອາຊຽນ ຕໍ່ບັນດາສິ່ງທ້າທາຍທີ່ຫາກໍເກີດຂຶ້ນ ແລະ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ອາຊຽນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ