ຊຸກ​ຍູ້​ການ​ຮ່​ວມ​ມືດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) - ທ່ານ ພົນເອກ ໂງຊວນລິກ ຖືວ່າ ໃນໄລຍະທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ພ້ອມກັບ ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງດີງາມ,
ຊຸກ​ຍູ້​ການ​ຮ່​ວມ​ມືດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ທ່ານ ພົນເອກ ໂງຊວນລິກ ແລະ ທ່ານພົນເຮືອເອກ Philip Davidson (ພາບ:ມີງແຄງ/qdnd.vn) )

       ວັນທີ 16 ເມສາ, ຢູ່ ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເຮືອເອກ Philip Davidson, ຜູ້ບັນຊາກອງບັນຊາການ ມະຫາສະມຸດອິນເດຍ - ປາຊີຟິກ (ອາເມລິກາ), ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ໃນການພົບປະແລກປ່ຽນກັບ ທ່ານ Philip Davidson, ທ່ານ ພົນເອກ ໂງຊວນລິກ ຖືວ່າ ໃນໄລຍະທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ພ້ອມກັບ ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງດີງາມ, ສະແດງໃຫ້ເຫັນຜ່ານບາງຂົງເຂດການຮ່ວມມືຄື ການແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງ, ການແບ່ງປັນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ… ທ່ານພົນເອກ ໂງຊວນລິກ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ກອງທັບ ຫວຽດນາມ ແລະ ກອງທັບ ອາເມລິກາ ຄວນສືບຕໍ່ຍູ້ແຮງການຮ່ວມມືບົນພື້ນຖານຄວາມສະເໝີພາບ, ເຄົາລົບນັບຖືເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ